ຈີນ ແລະ ອາເມລິກາ ປາດຖະໜາຢາກ ພັດທະນາການພົວພັນ ດ້ານການທະຫານ

ຈີນ ແລະ ອາເມລິກາ ປາດຖະໜາຢາກ ພັດທະນາການພົວພັນ ດ້ານການທະຫານ - ảnh 1
( ພາບປະກອບ )

( vovworld ) –   ​ທີ່ນ​ການ​ພົບ​ປະ​ໃນ​ວັນ​ທີ 2/5 ຢູ່​ປັກ​ກິ​ງ, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະ​ເທດ ​ຫຼຽງກວ່າເຫຼຍ  ​ແລະ   ທ່ານຜູ້ຮັກສາ​ການຮອງ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດອາ​ເມ​ລິ​ກາ James Mikker ສະ​ແດງ​ຄວາມປາດ​ຖະໜາຢາກຮັກສາ​ການ​ພົວພັນ​ດ້ານ​ການ​ທະຫານ​ສອງ​ຝ່າຍ​ ​ແລະ ສືບ​ຕໍ່ພັດທະນາ​ຢ່າງ​ໝັ້ນຄົງ​ເຂັ້ມ​ແຂງ. ທ່ານ​ລັດຖະມົນຕີ​ ​ຫຼຽງກວ່າເຫຼຍ ​ໄດ້​ຖື​ວ່າ ການ​ພົວພັນ​ດ້ານ​ການ​ທະຫານ​ລະຫວ່າງ​ສອງ​ປະ​ເທດ​ ພວມມີ​ກາລະ​ໂອກ​າດຫຼາຍ​ຢ່າງ​ເພື່ອ​ເປີດ​ກວ້າງ​. ​ເພາະ​ສະ​ນັ້ນ, ທ່ານ​ກໍຮຽກຮ້ອງ​ໃຫ້​ສອງ​ຝ່າຍ​ພັດ​ທະນະ​ການ​ພົວພັນ​ດັ່ງກ່າວ​ຕາມ​ທິດ​ຖືກຕ້ອງ ​ເໝາະ​ສົ​ມກັບ​ຫຼັກການ​ເຄົາລົບ, ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ຝ່າຍ. ສ່ວນ​ທ່ານຜູ້ຮັກສາ​ການຮອງ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດອາ​ເມ​ລິ​ກາ James Mikker ​ໄດ້​ຖື​ວ່າ ການ​ພົວພັນ​ດ້ານ​ການ​ທະຫານ​ແມ່ນ​ຂົວ​ເຊື່ອມ​ຕໍ່​ສຳຄັນ​ໃນ​ການ​ພົວພັນ​ສອງ​ຝ່າຍ. ທ່ານ James Mikker ​ໃຫ້​ຮູ້​ວ່າ ຍາມ​ໃດ ອາ​ເມ​ລິ​ກາ ພ້ອມ​ແລ້ວ​ທີ່​ຈະ​​ຮ່ວມ​ມື​ກັບ​ຈີນ ​ໃນ​ການ​ຮັກສາ​ສາຍ​ພົວພັນ​ສອງ​ຝ່າຍ​ຢ່າງ​ໝັ້ນຄົງ ​ແລະ ​ເຂັ້ມ​ແຂງ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ຮັບປະກັນ​ສິດຜົນປະ​ໂຫຍ​ດຄວາມ​ສະຫງົບ​ປອດ​ໄພ​ຂອງ​ແຕ່​ລະ​ປະ​ເທດ.

ຂ່າວ/ບົດ​ອື່ນ