ຈີນ ໃຫ້ຂ່າວກ່ຽວກັບ ແຜນທີ່ ສະໄໝລາ ຊະວົງສິ່ງ ບໍ່ມີເຂດ ໝູ່ເກາະຮ່ວາງຊາ

ຈີນ ໃຫ້ຂ່າວກ່ຽວກັບ ແຜນທີ່ ສະໄໝລາ ຊະວົງສິ່ງ ບໍ່ມີເຂດ ໝູ່ເກາະຮ່ວາງຊາ - ảnh 1

( vovworld ) – ​ໃນ​ຊຸມ​ມື້​ຜ່ານ​ມາ, ຫາງ​ສຽງ​ຈີນ ມີ​ຄວາມ​ສົນ​ໃຈ​ຕິດຕາມ​ກວດກາ​ເລື່ອງ​ຫວຽດນາມ ປະກາດ​ແຜນ​ທີ່​ບູຮານ​ພິສູດ​ອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​​ເຂດ​ໝູ່ເກາະຮ່ວາງ​ຊາ. ບັດ​ດາ​ອົງການ​ສື່​ມວນ​ຊົນ​ໃຫ່ຍຂອງ​ຈີນ​ຄື: Sina, Ifeng, Stockstar ​ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ເລື່ອງ​ຫວຽດນາມ​ ຊອກ​ເຫັນ​ແຜນ​ທີ່​ສະ​ໄໝ​ລາ​ສະ​ວົງ​ສິ່ງ​ ຂອງ​ຈີນ, ພິສູດ​ໃຫ້​ເຫັນ​ວ່າ​ເຂດ​ໝູ່​ເກາະ​ເຈື່ອງ​ຊາ ​ແລະ ຮ່ວາງ​ຊາ​ ​ແມ່ນ​ຂອງ​ຫວຽດນາມ. ໜັງສືພິມ​ສະບັບ​ອື່ນໆ​ຂອງ​ຈີນ ກໍ່​ໄດ້​ລົງ​ພິມ​ຂ່າວ​ດັ່ງກ່າວ​ເຊັ່ນ​ດຽວກັນ. ລາຍການ​ຂ່າວ​ຂອງ​ວິທະຍຸ Ifeng ​ໄດ້​ຖ່າຍ​ທຳ​ພິທີ​ມອບ​ຮັບ​ແຜນ​ທີ່​ບູຮານ ”ພູ​ມີ​ປະ​ເທດ​ທັງ​ໝົດ“ ​ໂດຍ​ສະ​ໄໝ​ລາ​ສະ​ວົງ​ສິ່ງ ປະ​ເທດ​ຈີນ ພິມ​ຈຳໜ່າຍ​ເມື່ອ​ປີ 1904 ຊື່​ງທ່ານ​ດຣ Mai Ngoc Hong ​ໄດ້​ມອບ​ໃຫ້​ຫໍພິພິຕະພັນ​ປະ​ຫັວດສາດ​ແຫ່ງ​ຊາດ​ຫວຽດນາມ ຫວ່າ​ງ​ແລ້ວນີ້. Ifeng ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າຂອງ​ທ່ານດຣ Mai Ngoc Hong, ຜູ້ອຳນວຍການ​ສູນ​ຄົ້ນຄ້ວາ ​ແລະ ນຳ​ໃຊ້​ເອກະສານ​ປະຫວັດສາດ​ເດີມ​ຫວຽດນາມ ກ່ຽວ​ກັບ​ຄຸນຄ່າ​ດ້ານ​ປະຫວັດສາດ ​ແລະ ​ເນື້ອ​ໃນ​ທີ່​ບໍ່​ອາດ​ໂຕ້​ຖຽງ​ໄດ້​ກັນຂອງ​ແຜນ​ທີ່​ໂດຍ​ຈີນ ປະຕິບັດ​ເອງ. ໜັງສືພິມ Sina, Stockstar ​ໄດ້​​ຊີ້ແຈ້ງວ່າ: ​ແຜນ​ທີ່​ສະບັບ​ນີ້​ໄດ້​ກຳນົດວ່າ​ເກາະ​ໄຮ່​ໜານ ​ແມ່ນ​ຕອນ​ໃຕ້​ສຸດຜືນ​ແຜ່ນ​ດິນ​ຂອງ​ຈີນ, ໝາຍ​ຄວາມ​ວ່າ ບັນດາ​ເຂດ​ໝູ່​ເກາະ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຄື​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​ແມ່ນ​ນອນ​ຢູ່​ນອກ​ເຂດ​ດິນ​ແດນຂອງ​ຈີນ. ​ໃນ​ເວລາ​ພຽງ 2 ວັນ​ໄດ້​ອອກ​ຂ່າວ​ກ່ຽວ​ກັບ​ແຜນ​ທີ່​ສະບັບ​ນີ້, ບັນດາ​ເທບ​ບັນທຶກ​ພາບກ່ຽວ​ກັບ​ຫົວ​ເລື່ອງ​ດັ່ງກ່າວ​ຂອງ Sina ​ແລະ Ifeng ຢູ່​ເວັບ​ໄຊ​ໄດ້​ດຶງ​ດູດ​ການ​ເຂົ້າຊົມຂອງ​ເກືອບ 500.000 ຄົນ, ສ່ວນ​ລາຍການ​ຂ່າວ​ນຳ​ສະ​ເໜີ​ທາງ​ໂທລະພາບ ​ແລະ ສື່​ມວນ​ຊື່ນ​ອື່ນໆ ກໍ່​ໄດ້ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ຜູ້​ຊົມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ນີ້​ແມ່ນ​ເຫດການ​ທີ່​ໜ້າ​ສົນ​​ໃຈ ​ໃນ​ສະພາບ​ການ​ທີ່​ການ​ພິພາດ​ກັນ​ບົນ​ທະ​ເລ​ຂອງຈີນ ກັບ ບັນດາ​ປະ​ເທດ​ໃກ້​ຄຽງ​ນັບ​ມື້​ນັບ​ເຄັ່ງຮ້ອນ​ຂຶ້ນ​ຕື່ມ. ຕາມ​ບັນດາ​ນັກ​ໄຈ້​ແຍກ​ແລ້ວ, ​ເລື່ອງ​ສື່​ມວນ​ຊົນ​ຈີນ ​ໃຫ້​ຂ່າວກ່ຽວ​ກັບ​ແຜນ​ທີ່​ຂອງ​ສະ​ໄໝ​ລາ​ສະ​ວົງ​ສິ່ງ ບໍ່​ມີ​ເຂດ​ໝູ່​ເກາະ​ເຈື່ອງ​ຊາ ​ແລະ ຮ່ວາງ​ຊາ ອາດ​ຈະ​ປ່ຽນ​ແປງ​ທັດສະ​ນະຂອງ​ປະຊາຊົນ​ຈີນ ສ່ວນ​ຫຼາຍ ຊື່​ງ​ແມ່ນ​ຜູ້​ທີ່​ເຄີຍ​ຫຼົງ​ໄຫຼ​ກັບ​ຂໍ້​ອ້າງ​ອີງ​ທີ່​ໄຮ້​ເຫດຜົນ​ກ່ຽວ​ກັບ “​ເສັ້ນລີ້ນ​ງົວ“ ​ໃນ​​ເຂດທະ​ເລ​ຕາ​ເວັນ​ອອກ.

 

ຂ່າວ/ບົດ​ອື່ນ