ຈີນກໍ່ສ້າງເກາະຢ່າງຜິດກົດໝາຍຢູ່ທະເລຕາເວັນອອກເປັນການນາບຂູ່ເຖິງສິ່ງແວດລ້ອມຊີວະພາບ

ຈີນກໍ່ສ້າງເກາະຢ່າງຜິດກົດໝາຍຢູ່ທະເລຕາເວັນອອກເປັນການນາບຂູ່ເຖິງສິ່ງແວດລ້ອມຊີວະພາບ - ảnh 1
ຈີນກໍ່​ສ້າງ​ເກາະ​ຢ່າງ​ຜິດ​ກົດ​ໝາຍ​ຢູ່​​ໝູ່ເກາະ​ເຈື່ອງ​ຊາ
ພາບ:EPA

(vovworld)- ​ ​ ຈີນກໍ່​ສ້າງ​ເກາະ​ຢ່າງ​ຜິດ​ກົດ​ໝາຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ເປັນ​ການ​ນາບ​ຂູ່​ເຖິງ​ສິ່ງ​ແວດ​ລ້ອມ​ຊີ​ວະ​ພາບ. ນີ້​ແມ່ນ​ເນື້ອ​ໃນ​ທີ່​ໄດ້​ຮັບ​ການ​ເຕື້ອງ​ເຖິງ​ໃນ​ບົດ​ລາຍ​ງານ​ຂອງ​ຄະ​ນະ​ກຳ​ມະ​ການ​ຕີ​ລາ​ຄາ​ຄວາມ​ໝັ້ນ​ຄົງ​ດ້ານ​ເສດ​ຖະ​ກິດ ອາ​ເມ​ລິ​ກາ - ຈີນ ທີ່​ຫາ​ກໍ​ຍື່ນ​ສະ​ເຫນີ​ຂຶ້ນ​ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ໃນ​ວັນ​ທີ 12/4. ບົດ​ລາຍ​ງານ​ຊີ້​ແຈ້ງວ່າ: ການ​ເຄື່ອນ​ໄຫວ​ຂອງ​ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ ເປັນ​ຫນ້າ​ວິ​ຕ​ົກ​ກັງ​ວົນ ຍ້ອນ​ຂອບ​ຂະ​ຫນາດ ແລະ ລະ​ດັບ​ຄວາມ​ໄວ​ ຍ້ອນ​ລັກ​ສະ​ນະ​ຊີ​ວະ​ນາໆ​ພັນ​ໃນ​ເຂດ ແລະ ຄວາມ​ສຳ​ຄັນ​ຂອງ​ໝູ່​ເກາະ ເຈື່ອງ​ຊາ ສຳ​ລັບ​ສິ່ງ​ແວດ​ລ້ອ​ມ​ຊີ​ວະ​ພາບ​ໃນ​ພ​າກ​ພື້ນ. ຄະ​ນະ​ກຳ​ມະ​ການ​ຕີ​ລາ​ຄາ​ຄວາມ​ໝັ້ນ​ຄົງ​ດ້ານ​ເສດ​ຖະ​ກິດ ອາ​ເມ​ລິ​ກາ - ຈີນ ໄດ້​ກ່າວ​ຫາ​ຈີນ ບໍ່​ປະ​ກາດ​ຂໍ້​ມູນ​ຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບ​ການ​ຕີ​ລາ​ຄາ​ຜົນ​ກະ​ທົບ​ເຖິງ​ສິ່ງ​ແວດ​ລ້ອມ​ຂອ​ງ​ບັນ​ດາ​ແຜນ​ການ​ຂຸດ​ຄົ້ນ, ຖົມ​ດິ​ນ​ກໍ່​ສ້າງ​ເກາະ​ທຽມ.

 

ຕອບກັບ

ຂ່າວ/ບົດ​ອື່ນ