ຈີນ​ກ່າວ​ເຕືອນ​ບັນ​ດາ​ບໍ​ລິ​ສັດການ​ບິນຫຼີກ​ລ້ຽງ​ເຂດ​ນານ​ຟ້າ​ອ້ອມ​ໄຕ​ຫວັນ (ຈີນ)

(VOVWORLD) -ບັນດາເຮືອບິນຈະຖືກຈຳກັດແຕ່ເວລາ 0 ໂມງ ຂອງວັນທີ 04 ສິງຫາ ຫາເວລາ 0 ໂມງຂອງວັນທີ 7 ສິງຫາ, ເຊິ່ງຈະມີ 18 ເສັ້ນທາງບິນໄດ້ຮັບຜົນສະທ້ອນຈາກການປ່ຽນແປງນີ້.
ຈີນ​ກ່າວ​ເຕືອນ​ບັນ​ດາ​ບໍ​ລິ​ສັດການ​ບິນຫຼີກ​ລ້ຽງ​ເຂດ​ນານ​ຟ້າ​ອ້ອມ​ໄຕ​ຫວັນ (ຈີນ) - ảnh 1ພາບປະກອບ: FOC

ວັນທີ 03 ສິງຫາ, ຈີນໄດ້ຍົກອອກຄຳກ່າວເຕືອນບັນດາບໍລິສັດການບິນເຄື່ອນໄຫວຢູ່ອາຊີ ບິນຫຼີກລ້ຽງ 6 ເຂດນ່ານຟ້າອ້ອມແອ້ມໄຕຫວັນ (ຈີນ) ເຊິ່ງປະເທດນີ້ກຳນົດວ່າແມ່ນ “ເຂດອັນຕະລາຍ” ເຊິ່ງບັນດາເຮືອບິນຄວນຫຼີກລ້ຽງ. ບັນດາເຮືອບິນຈະຖືກຈຳກັດແຕ່ເວລາ 0 ໂມງ ຂອງວັນທີ 04 ສິງຫາ ຫາເວລາ 0 ໂມງຂອງວັນທີ 7 ສິງຫາ, ເຊິ່ງຈະມີ 18 ເສັ້ນທາງບິນໄດ້ຮັບຜົນສະທ້ອນຈາກການປ່ຽນແປງນີ້.

ໃນຂະນະນັ້ນ, ໂຄສົກຂອງບໍລິສັດການບິນສ.ເກົາຫຼີ Korean Airlines ໃຫ້ຮູ້ວ່າ ບໍລິສັດພວມຂຶ້ນແຜນການດັດປັບທິດທາງບິນໄປຍັງອາຊີໃຕ້, ເພື່ອຫຼີກລ້ຽງເຂດດັ່ງກ່າວໃນໄລຍະເວລາທີ່ ຈີນດຳເນີນການຊ້ອມຮົບ. ບໍລິສັດການບິນ ຍີ່ປຸ່ນ ANA Holdings ແລະ Japan Airlines ກໍ່ໄດ້ຮັບການປະກາດ ແລະ ປ່ຽນທິດທາງບິນທີ່ເໝາະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ