ຈີນ​ກ່າວ​ເຕືອນບັນ​ດາ​ປະ​ເທດ “ຈົ່ງລະ​ມັດ​ລະ​ວັງ​ ​ໃນຄຳ​ເວົ້າ ຈົນ​ເຖິງ​ການ​ກະ​ທຳ” ກ່ຽວ​ກັ​ບ​ຮົ່ງ​ກົງ

(VOVWORLD) -ການພົວພັນລະຫວ່າງ ຈີນ ກັບ ອາເມລິກາ ແລະ ບັນດາປະເທດຝ່າຍຕາເວັນຕົກສືບຕໍ່ແມ່ນຫົວຂໍ້ທີ່ຮ້ອນເຮັ່ງຢູ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດຈີນໃນວັນທີ 29 ພຶດສະພາ ຢູ່ປັກກິ່ງ.
ຈີນ​ກ່າວ​ເຕືອນບັນ​ດາ​ປະ​ເທດ “ຈົ່ງລະ​ມັດ​ລະ​ວັງ​ ​ໃນຄຳ​ເວົ້າ ຈົນ​ເຖິງ​ການ​ກະ​ທຳ” ກ່ຽວ​ກັ​ບ​ຮົ່ງ​ກົງ - ảnh 1ທ່ານ ຈາວລີ້ຈຽນ ໂຄສົກກະຊວງການຕ່າງປະເທດ ຈີນ (ພາບ: TTXVN) 

ໂດຍກ່ຽວຂ້ອງເຖິງຖະແຫຼງການຮ່ວມຂອງ 4 ປະເທດ ອາເມລິກາ, ອັງກິດ, ອົດສະຕາລີ ແລະ ການາດາກ່ຽວກັບ ຮົ່ງກົງ, ທ່ານ ຈາວລີ້ຈຽນ ໂຄສົກກະຊວງການຕ່າງປະເທດ ຈີນຖືວ່າ: ນີ້ແມ່ນບັນດາ “ຄຳວິພາກວິຈານທີ່ຊະຊາຍ”, “ຄຳຕິໜິຕິຕຽນທີ່ດື້ດ້ານ”, ແຊກແຊງເຂົ້າວຽກງານພາຍໃນຂອງຮົ່ງກົງ ແລະ ວຽກງານພາຍໃນຂອງຈີນຢ່າງຮ້າຍແຮງ. ທ່ານຈາວລີ້ຈຽນ ກໍ່ຮຽກຮ້ອງບັນດາປະເທດເຄົາລົບອະທິປະໄຕຂອງຈີນ, “ຈົ່ງລະມັດລະວັງໃນຄຳເວົ້າຈົນເຖິງການກະທຳ”, ຢຸດຕິການແຊກແຊງເຂົ້າສະພາບຂອງຮົ່ງກົງ ແລະ ວຽກງານພາຍໃນຂອງຈີນ ດ້ວຍທຸກໆແບບ

ຕອບກັບ

ຂ່າວ/ບົດ​ອື່ນ