ຈີນຂຸດຄົ້ນແຫ່ງທ່ອງທ່ຽວຢູ່ໝູ່ເກາະຮ່ວາງຊາແມ່ນລະເມີດອະທິປະໄຕຂອງຫວຽດນາມ

ຈີນຂຸດຄົ້ນແຫ່ງທ່ອງທ່ຽວຢູ່ໝູ່ເກາະຮ່ວາງຊາແມ່ນລະເມີດອະທິປະໄຕຂອງຫວຽດນາມ - ảnh 1
ເກາະ ຟານວີງ ຂຶ້ນກັບເມືອງເກາະ ເຈື່ອງຊາ ຂອງ ຫວຽດນາມ
(ພາບ: Quý Trung/TTXVN)

(​vovworld) – ວັນ​ທີ 4/9/2014, ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ສະ​ເໜີ​ໃຫ້​ຮູ້​ປະຕິກິລິ​ຍາ​ຂອງ ຫວຽດນາມ ຕໍ່ກັບ​ເລື່ອງ ຈີນ ​ເປີດ​ສະຫຼອງ​ລາຍການທ່ອງທ່ຽວ​ທະ​ເລ ​ເລີ່​ມ​​ເດີນທາງ​ຈາກນະຄອນ ຊານ​ເຢ (ຂຶ້ນ​ກັບ​ແຂວງ ​ໄຮ​ໜານ) ​ເຖິງ​ໝູ່​ເກາະ ຮ່ວາງ​ຊາ​ຂອງ ຫວຽດນາມ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຂອງ ຫວຽດນາມ ​ເລ​ຫາຍ​ບິ່ງ ຊີ້​ແຈ້ງວ່າ: “ຫວຽດນາມ ມີ​ອະທິປະ​ໄຕ​ບໍ່​ສາມາດປະຕິ​ເສດ​ໄດ້​ກັນ​ສຳລັບ​ໝູ່​ເກາະ ຮ່ວາງ​ຊາ. ​ເລື່ອງ ຈີນ ​ໄດ້ຂຸດຄົ້ນ​​ແຫ່ງທ່ອງທ່ຽວ​ຢູ່​ພາກ​ພື້ນ​ນີ້​ແມ່ນ​ລະ​ເມີດ​ອະທິປະ​ໄຕ​ຂອງ ຫວຽດນາມ ຢ່າງຮ້າຍ​ແຮງ, ບໍ່​ສອດຄ່ອງກັບ​ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ຫຼັກ​ຖານ​ພື້ນຖານ​ຊີ້​ນຳ​ແກ້​ໄຂ​ບັນຫາ​ຢູ່​ທະ​ເລ​ ຫວຽດນາມ - ຈີນ ກໍ່​ຄື​ເນື້​ອ​ໃນ​ຈິດ​ໃຈ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ​ເຮັດ​​ໃຫ້​ສະພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ພາກ​ພື້ນ​ສັບ​ສົນ​ຂຶ້ນ​ຕື່ມ. ຫວຽດນາມ ຮຽກຮ້ອງ​ໃຫ້ ຈີນ ຢຸດຕິ​ບັນດາ​ການກະທຳ​ຜິດພາດ​ນີ້​ໃນ​ທັນທີ.”


ຂ່າວ/ບົດ​ອື່ນ