ຈີນຈະສົ່ງກຳມະກອນກໍ່ສ້າງນັບພັນຄົນໄປ Israel

ຈີນຈະສົ່ງກຳມະກອນກໍ່ສ້າງນັບພັນຄົນໄປ Israel - ảnh 1
(ພາບປະກອບ / AFP/TTXVN)

(vovworld) - ວັນ​ທີ 4/1,ລັດຖະບານIsraelໄດ້ແຈ້ງໃຫ້ຮູ້ວ່າ, ຈີນເຫັນດີຈະສົ່ງກຳມະກອນກໍ່ສ້າງນັບພັນຄົນ ໄປເຮັດວຽກຢູ່ Israel, ຫວັງວ່າການກະທຳດັ່ງກ່າວຈະປະກອບສ່ວນຫຼຸດຜ່ອນສະພາບຂາດເຮືອນຢູ່ ຢູ່ປະເທດຕາເວັນອອກກາງນີ້. ໃນຖະແຫຼງການຮ່ວມສະບັບໜຶ່ງ, ກະຊວງການເງິນ ແລະ ກະຊວງພາຍໃນ Israel ຢືນຢັນວ່າ, ກຳມະກອນ ຈີນ 6.000 ຄົນຈະໄປ Israel ໃນເວລາ 6 ເດືອນ, ພາຍຫຼັງຂໍ້ຕົກລົງດັ່ງກ່າວ ໄດ້ຮັບການລົງນາມຢ່າງເປັນທາງການໃນທ້າຍເດືອນ 2 ຈະມາເຖິງ. ຕາມຖະແຫຼງການແລ້ວ, ກ່ອນໜ້ານັ້ນ, ຄະນະຜູ້ແທນ Israel ແລະ ການຄ້າ ຈີນ ໄດ້ລົງນາມໃນຮ່າງຂໍ້ຕົກລົງຢູ່ ຈີນ. ຖະແຫຼງນີ້ໄດ້ຄັດຄຳເວົ້າຂອງລັດຖະມົນຕີກະຊວງການເງິນ Israel Moshe Kahlon ໂດຍໃຫ້ຂໍ້ສັງເກດວ່າ, ບັນດາກຳມະກອນ ຈີນ ຈະຊ່ວຍ “ຊຸກຍູ້ຄວາມມານະພະຍາຍາມແກ້ໄຂວິກິດການເຮືອນຢູ່“.

ຂ່າວ/ບົດ​ອື່ນ