ຈີນ​ຊຸກ​ຍູ້​ເຢຍ​ລະ​ມັນ​ຈົ່ງ​ພ້ອມ​ກັນ​ຮັກ​ສາ​ການ​ຄ້າຫຼາຍ​ຝ່າຍ

(VOVWORLD) - ວັນທີ 6 ກັນຍາ, ທີ່ການຕ້ອນຮັບທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ຢູ່ປັກກີງ, ທ່ານປະທານປະເທດຈີນ ສີຈິ້ນຜີງ ເນັ້ນໜັກວ່າ:
ຈີນ​ຊຸກ​ຍູ້​ເຢຍ​ລະ​ມັນ​ຈົ່ງ​ພ້ອມ​ກັນ​ຮັກ​ສາ​ການ​ຄ້າຫຼາຍ​ຝ່າຍ - ảnh 1

ທ່ານປະທານປະເທດຈີນ ສີຈິນຜີງ

ພາບ: THX/TTXVN

    ປະເທດນີ້ ແລະ ເອີລົບ ມີປະໂຫຍດລວມໃນການຮັກສາບັນດາຫຼັກການພື້ນຖານຂອງລະບົບການຄ້າສອງຝ່າຍ. ຕາມການນຳຈີນແລ້ວ, ສອງປະເທດຕ້ອງພ້ອມກັນປົກປ້ອງການຄ້າເສລີ ແລະ ລັດທິຫຼາຍຝ່າຍ. ທ່ານປະກາດວ່າຈີນ ຈະເປີດປະຕູຕະຫຼາດ ຊື່ງຕາມນັ້ນຈະຄ່ອຍໆເປີດກ້ວາງອອກ ຈາກຂົງເຂດການຜະລິດ ຕະຫຼອດຮອດບັນດາການບໍລິການການເງິນ, ນຳມາເຊິ່ງຫຼາຍໂອກາດໃຫ້ແກ່ເຢຍລະມັນ ແລະ ປະເທດອື່ນໆໃນໂລກ.

   ໃນວັນດຽວກັນ ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ກໍ່ໄດ້ດຳເນີນການພົບປະເຈລະຈາທາງການກັບທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ ຫຼີເຄີຊຽນ. ທີ່ການພົບປະ, ທ່ານນາງ Merkel ປະກາດວ່າ ປະເທດເຢັຍລະມັນ ຈະເປີດປະຕູ ແລະ ຕ້ອນຮັບທຸກໆບໍລິສັດຂອງຈີນ ທີ່ລົງທຶນເຂົ້າເຢຍລະມັນ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານນາງຍັງໃຫ້ຮູ້ວ່າ ເຢຍລະມັນ ຈະຈຳກັດບັນດາໂຄງການລົງທຶນເຂົ້າບາງເຂດຍຸດທະສາດກໍ່ຄືພື້ນຖານໂຄງລ່າງທີ່ສຳຄັນ.

 

 


ຕອບກັບ

ຂ່າວ/ບົດ​ອື່ນ