ຈີນຕັ້ງຮ້ານເຈາະນ້ຳມັນໄຮຢາງ-981ຢ່າງຜິດກົດໝາຍແມ່ນການກະທຳລະເມີດUNCLOS

ຈີນຕັ້ງຮ້ານເຈາະນ້ຳມັນໄຮຢາງ-981ຢ່າງຜິດກົດໝາຍແມ່ນການກະທຳລະເມີດUNCLOS - ảnh 1
ຮ້ານເຈາະນ້ຳມັນ ໄຮຢາງ - 981 ຂອງ ຈີນ
(ພາບປະກອບ)

(vovworld) – ຈີນ​ຕັ້ງຮ້ານ​ເຈາະ​ນ້ຳ​ມັນ​ໄຮ​ຢາງ-981​ ຢ່າງຜິດ​ກົດໝາຍແມ່ນ​ການ​ກະທຳ​ລະ​ເມີດ UNCLOS - ນີ້​ແມ່ນ​ຄຳ​ຢືນຢັນ​ຂອງທ່ານ Ezequiel Ramoneda, ຜູ້​ປະສານ​ງານ​ຂອງສູນ​ຄົ້ນ​ຄ້ວາ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຂຶ້ນ​ກັບ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ La Plata ຂອງ ອັກ​ຊັງ​ຕິງ, ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ ຝ່າຍ ຈີນ ​ໃນ​ຊຸມ​ມື້​ຜ່ານ​ມາ. ທ່ານ Ezequiel Ramoneda ຢືນຢັນ​ວ່າ: ຕາມ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS) ​ແລ້ວ, ​​ໂດຍແມ່ນ​ປະ​ເທດ​ແຄມ​ທະ​ເລ, ຫວຽດນາມ ມີ​ອະທິປະ​ໄຕ​ສຳລັບ​ທຸກໆ​ຊັບພະຍາກອນ​ທຳ​ມະ​ຊາດກໍ່​ຄື​ສຳລັບ​ບັນດາ​ການ​ເຄື່ອນ​ໄຫວ​ສຳ​ຫຼວດ ​ແລະ ຂຸດ​ຄົ້ນ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ (EEZ) ​ແລະ ​ເຂດ​ໄຫຼ່​ທະວີບ​ຂອງ​ຕົນ​ເພື່ອ​ຈຸດປະສົງ​ເສດຖະກິດ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຈີນ ​ໄດ້​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ຢູ່​ແປງ 143 ທີ່​ທະ​ເລ​ຕາ​ເວັນ​ອອກ, ລະ​ເມີດ​ສິດ​ອະທິປະ​ໄຕ ​ແລະ ສິດ​ອຳນາດ​ສານ​ຂອງ ຫວຽດນາມ ຢູ່​​ເຂດ​ທະ​ເລ​ນີ້, ​​ໂດຍ​​ເມີນ​ເສີຍ​ເຖິງ​ບັນດາ​ຄຳ​ຮຽກຮ້ອງ​ອັນ​ຊອບ​ທຳ​ຂອງ ຫວຽດນາມ ສຳລັບ​ອະທິປະ​ໄຕ​ໝູ່​ເກາະ ຮ່ວາງ​ຊາ. ນອກ​ນັ້ນ, ນັກຮຽນ​ຮູ້​ຊາວ ອັກ​ຊັງ​ຕິງ ຜູ້​ນີ້ ກໍ່​ສະໜັບ​ສະ​ໜູນ​ຫຼັກ​ໝັ້ນ​ຂອງ ຫວຽດນາມ ​ໃນ​ການ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ ກັບ ຈີນ, ນັ້ນ​​ແມ່ນ​ຊຸກຍູ້​ການ​ເຈລະຈາ​ບົນ​ພື້ນຖານ​ບັນດາ​ເອກະສານ​ກົດໝາຍ​ສາກົນ.


ຂ່າວ/ບົດ​ອື່ນ