ຈີນຕັ້ງໃຈບິດເບືອນການກະທຳທີ່ຜິດພາດຢູ່ທະເລຕາເວັນອອກ

ຈີນຕັ້ງໃຈບິດເບືອນການກະທຳທີ່ຜິດພາດຢູ່ທະເລຕາເວັນອອກ - ảnh 1
ກຳປັ່ນຈີນ(ລຳໃຫຍ່) ບຸກໂຈມຕີກຳປັ່ນຫວຽດນາມ
ພາບ:baomoi.com


(vovworld)- ຫາ​ງສຽງສາກົນ​ນັບ​ມື້​ນັບ​​ເຂົ້າ​ໃຈ​ເນື້ອ​ແທ້​ທີ່​ຜິດພາດ ​ແລະ ອອກສຽງຕຳ​ນິຕິ​ຕຽນ​ການ​ກະທຳ​ເກາະ​ຜິດ​ຂອງ​ຈີນ ຢູ່ ທະ​ເລ​ຕາ​ເວັນ​ອອກ, ​ເຮັດ​​ໃຫ້​ປະ​ເທດ​ນີ້ ຕ້ອງ​ຊອກ​ວິທີ​ເພື່ອ​ບິດ​ເບືອນ​ຄວາມ​ຈິງ​ຕໍ່​ຫາງ​ສຽງ. ວັນ​ທີ 8/6, ກະຊວງ​ການ​ຕ່າງປະ​ເທດ​ຈີນ ປະກາດ​ເອກະສາ​ນ​ອະທິບາຍ​ໃຫ້ການ​ທວງ​ເອົາ“ອະທິປ​ະ​ໄຕ” ຂອງ​ປະ​ເທດ​ນີ້ ສຳລັບ ໝູ່​ເກາະ​ຮ່ວາງ​ຊາ, ​ແກ້ຄວາມ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຢ່າງ​ຜິດ​ກົດໝາຍ​ຂອງ​ຕົນ​ທີ່​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ່​ຢາງ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ. ​​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄື​ກ່ອນ​ນີ້ ​ເອກະສານ​ສະບັບ​ນີ້ ສືບ​ຕໍ່​​ເສກ​ສັນ​ປັ້ນ​ແຕ່ງ​ປະຫວັດສາດ ​ເພື່ອ​ລອກ​ລວງ​ຫາງ​ສຽງ.  ​ເອກະສານ​ດັ່ງກ່າວ​​ແມ່ນອອກ​ໃນ​ຫນ້າ​ເວັບ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ແລະ ຜ່ານ​ພາຫະນະ​ສື່​ມວນ​ຊົນ​ອື່ນໆຈີນ.

ນອກຈາກ​ຍົກ​ອອກ​ຂໍ້​ອ້າງ​ທີ່​ຜິດພາດ, ຂາດ​ຄວາມ​​ເກ້​ຍກ່ອມ, ​ເອກະສານ​ສະບັບ​ດັ່ງກ່າວ​ ຍັງ​ແກ້​ຄວາມ​ໃຫ້​ການ​ກະທຳ​ຢ່າງ​ຜິດ​ກົດໝາຍ​ຂອງ​ຕົນ​ຢູ່​ເຂດ​​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ, ​ເສກ​ສັນ​ປັ້ນ​ແຕ່ງ, ກ່າວ​ຕູ​ຫາ ກຳ​ປັ່ນ​ຫວຽດນາມ ກໍ່​ຄວາມ​ວຸນວາຍ​ກຳ​ປັ່ນ​ຂອງ​ຈີນ 1416 ຄັ້ງ. ​ເອກະສານ​ດັ່ງກ່າວ​ບໍ່​ເຕື້ອງ​ເຖິງ​ການ​ກະທຳ​ໄຮ້​ມະນຸດສະທຳ​ຂອງ​ຝ່າຍ​ຈີນ ​ເມື່ອບັນຊາ​ກຳ​ປັ່ນຂອງ​ຈີນ​ຕຳ​ໃສ່​ກຳ​ປັ່ນ​ຫາ​ປາ​ຂອງ​ຫວຽດນາມ ຈົມນ້ຳ ​ໂດຍ​ບໍ່​ມີ​ການກູ້​ຊ່ວຍ​ຊາວ​ປະມົງ​ຫວຽດນາມຜູ້​ທີ່​​ຖືກ​ເຄາະ​ຮ້າຍຈາກ​ການ​ກະທຳ​ຂອງ​ຝ່າຍ​ຈີນ.

ຂ່າວ/ບົດ​ອື່ນ