ຈີນ​ຕີ​ລາ​ຄາ​ສູງ​ບົດ​ບາດຂອງ​ຫວຽດ​ນາມ​ໃນ​ຖະ​ນະ​ເປັນ​ປະ​ທານ​ອາ​ຊຽນ

(VOVWORLD) - ທ່ານ ເຕິ້ງຊີ່ຈູ່ ເອກອັກຄະລັດຖະທູດຈີນປະຈຳອາຊຽນໄດ້ຕີລາຄາວ່າ ຫວຽດນາມໄດ້ແບກຫາບພາລະໜ້າທີ່ປະທານອາຊຽນໃນໄລຍະປະສົບກັບຄວາມຫຍຸ້ງຍາກ ແລະ ຫົວຂໍ້ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ໂດຍຫວຽດນາມວາງອອກໃນປີນີ້ແມ່ນເໝາະສົມທີ່ສຸດ. 
ຈີນ​ຕີ​ລາ​ຄາ​ສູງ​ບົດ​ບາດຂອງ​ຫວຽດ​ນາມ​ໃນ​ຖະ​ນະ​ເປັນ​ປະ​ທານ​ອາ​ຊຽນ - ảnh 1ທ່ານ ເຕິ້ງຊີ່ຈູ່ ເອກອັກຄະລັດຖະທູດຈີນປະຈຳອາຊຽນ (ພາບ: TTXVN)

ນັກການທູດຈີນ ໄດ້ເນັ້ນໜັກວ່າ ປັກກິ່ງ ໃຫ້ຄຳໝັ້ນສັນຍາຮ່ວມມືກັບຫວຽດນາມ ໃນການປະຕິບັດຄວາມເຫັນດີເຫັນພ້ອມຂອງບັນດາການນຳກ່ຽວກັບຄວາມສາມັກຄີກັນຕ້ານຄືນໂລກລະບາດ Covid – 19 ເພື່ອຜົນປະໂຫຍດລວມຂອງປະຊາຊົນ, ພ້ອມທັງສະແດງໃຫ້ເຫັນຄວາມານະພະຍາຍາມລວມຂອງບັນດາປະເທດໃນພາກພື້ນ.

ໃນໄລຍະຈະມາເຖິງ, ສອງຝ່າຍຈະເພີ່ມທະວີການຮ່ວມມືໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19ໃນພາກພື້ນ ແລະ ຊຸກຍູ້ການຟື້ນຟູເສດຖະກິດ ໃນພາກພື້ນ. ສອງຝ່າຍຈະຍົກສູງລັດທິຫຼາຍຝ່າຍ ແລະ ການຄ້າເສລີ, ພ້ອມທັງສະໜັບສະໜູນການຮ່ວມມືຢ່າງເປີດເຜີຍ, ກວມລວມ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຈີນຈະສະໜັບສະໜູນຢ່າງແຮງການສ້າງປະຊາຄົມອາຊຽນ, ບົດບາດເປັນໃຈກາງຂອງອາຊຽນໃນການຮ່ວມມືອາຊີຕາເວັນອອກ ແລະ ຄວາມສາມັກຄີຂອງອາຊຽນ, ພ້ອມທັງຈະຮ່ວມມືກັບອາຊຽນເພື່ອແນໃສ່ຮັບປະກັນສັນຕິພາບ ແລະ ການພັດທະນາຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ