ຈິນ​ຕະ​ນາ​ການ​ໃໝ່​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ກ່ຽວ​ກັບ​ການ​ກໍ່​ສ້າງ ແລ​ະ ປັບ​ປຸງ​ວຽກ​ງານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ

(VOVWORLD) -ການກໍ່ສ້າງ ແລະ ປັບປຸງກຳລັງປ້ອງກັນຊາດ ຕິດພັນກັບການສ້າງຄວາມໝັ້ນຄົງເຂັ້ມແຂງຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນຈຸດໃໝ່ໃນການພັດທະນາຈິນຕະນາການການທະຫານ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາປະເທດຊາດ ແລະ ແມ່ນຄວາມຕັດສິນໃຈດ້ານການເມືອງຂອງ ພັກ ເຊິ່ງໄດ້ສະແດງຢ່າງຈະແຈ້ງໃນຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.
ຈິນ​ຕະ​ນາ​ການ​ໃໝ່​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ກ່ຽວ​ກັບ​ການ​ກໍ່​ສ້າງ ແລ​ະ ປັບ​ປຸງ​ວຽກ​ງານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ - ảnh 1(ພາບປະກອບ: vov.vn)

ໃນບົດຂຽນດ້ວຍຫົວຂໍ້ “ຈິນຕະນາການໃໝ່ຂອງພັກ ກ່ຽວກັບການກໍ່ສ້າງ ແລະ ປັບປຸງວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ” ທີ່ໄດ້ເອົາລົງໃນໜັງສືພິມເອເລັກໂຕນິກ ຂອງ ວິທະຍຸກະຈາຍສຽງ ຫວຽດນາມ (VOV.VN) ໃນວັນທີ 18 ມັງກອນ, ທ່ານພົນຈັດຕະວາ ຫງວຽນບ໊າເຢືອງ, ອະດີດຫົວໜ້າວິທະຍາຄານວິທະຍາສາດ - ສັງຄົມ ວິຊາສະເພາະການທະຫານ ກະຊວງປ້ອງກັນປະເທດ, ເນັ້ນໜັກວ່າ: ການກໍ່ສ້າງ, ປັບປຸງວຽກງານປ້ອງກັນຊາດ, ຮັກສາຄວາມສະຫງົບແຫ່ງຊາດ ແມ່ນໜ້າທີ່ຄວາມຮັບຜິດຊອບຕົ້ນຕໍ, ຕ້ອງປະຕິບັດເປັນປະຈຳຂອງພັກ, ລັດ ແລະ ຂອງທັງລະບົບການເມືອງ. ຕາມທ່ານ ຫງວຽນບ໊າເຢືອງ ແລ້ວ, ການກໍ່ສ້າງ ແລະ ປັບປຸງກຳລັງປ້ອງກັນຊາດ ຕິດພັນກັບການສ້າງຄວາມໝັ້ນຄົງເຂັ້ມແຂງຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນຈຸດໃໝ່ໃນການພັດທະນາຈິນຕະນາການການທະຫານ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາປະເທດຊາດ ແລະ ແມ່ນຄວາມຕັດສິນໃຈດ້ານການເມືອງຂອງ ພັກ ເຊິ່ງໄດ້ສະແດງຢ່າງຈະແຈ້ງໃນຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ຫົວຄິດປະດິດສ້າງໃນຈິນຕະນາການທິດສະດີຂອງພັກ ກ່ຽວກັບການແກ້ໄຂສາຍພົວພັນລະຫວ່າງການທະຫານ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ ໃນຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແມ່ນ ຫັນການພົວພັນດັ່ງກ່າວເປັນລະອຽດໃນຍຸດທະສາດ, ການວາງແຜນຜັງພັດທະນາເສດຖະກິດ - ສັງຄົມ, ຕິດພັນກັບສະພາບການຕົວຈິງໃນການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ; ເພີ່ມທະວີການສົມທົບການເຄື່ອນໄຫວລະຫວ່າງບັນດາຂົງເຂດໃຫ້ຄົບຊຸດ, ກົມກຽວ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ