ຈີນ​ຖື​ ​ການ​ພົວ​ພັນ​ທາງ​ການ​ຄ້າ​ສອງ​ຝ່າຍ​ກັບ​ຫວຽດ​ນາມເປັນ​ສຳ​ຄັນ

(VOVWORLD) -ຕອນບ່າຍວັນທີ 18 ມັງກອນ, ທີ່ການຖະແຫຼງຂ່າວ ນັດສາມັນຂອງກະຊວງການຕ່າງປະເທດຈີນ, ທ່ານນາງ ຄ໊າວຈວນອ໊ຽງ ໂຄສົກ ກະຊວງການຕ່າງປະເທດຈີນ ໃຫ້ຮູ້ວ່າ ຈີນຖືເປັນສຳຄັນ ແລະ ຕີລາຄາສູງບັນດາຜົນສຳເລັດໃນການພົວພັນທາງການຄ້າສອງຝ່າຍກັບ ຫວຽດນາມ.
ຈີນ​ຖື​ ​ການ​ພົວ​ພັນ​ທາງ​ການ​ຄ້າ​ສອງ​ຝ່າຍ​ກັບ​ຫວຽດ​ນາມເປັນ​ສຳ​ຄັນ - ảnh 1ທ່ານນາງ ຄ໊າວຈວນອ໊ຽງ ໂຄສົກ ກະຊວງການຕ່າງປະເທດຈີນ 

ເມື່ອຕອບຄຳຖາມຂອງນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ປະຈຳຈີນ ກ່ຽວກັບຂ່າວຫວຽດນາມ ໄດ້ລື່ນກາຍ ອົດສະຕາລີ ແລະ ເຢຍລະມັນ ກາຍເປັນຄູ່ຮ່ວມມືທາງການຄ້າໃຫຍ່ອັນດັບທີ 6 ຂອງ ຈີນໃນທົ່ວໂລກ, ທ່ານນາງ ຄ໊າວຈວນອ໊ຽງ ໃຫ້ຮູ້ວ່າ: ຈີນຮູ້ສຶກດີໃຈຕໍ່ການພັດທະນາກໍ່ຄືບັນດາຜົນສຳເລັດໃນການພົວພັນທາງການຄ້າສອງຝ່າຍ ລະຫວ່າງ ຈີນ ແລະ ຫວຽດນາມ. ທ່ານນາງ ຄ໊າວຈວນອ໊ຽງ ເນັ້ນໜັ້ກວ່າ ຫວຽດນາມ ແມ່ນປະເທດບ້ານໃກ້ເຮືອນຄຽງສຳຄັນຂອງຈີນ ແລະ ປະເທດນີ້ຖືການພັດທະນາການພົວພັນກັບຫວຽດນາມເປັນສຳຄັນເປັນຢ່າງຍິ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ