ຈີນທຳລາຍຄວາມໄວ້ເນື້ອເຊື່ອໃຈຍຸດທະສາດໃນການພົວພັນຂອງຈີນກັບບັນດາປະເທດບ້ານໃກ້ເຮືອນຄຽງ

ຈີນທຳລາຍຄວາມໄວ້ເນື້ອເຊື່ອໃຈຍຸດທະສາດໃນການພົວພັນຂອງຈີນກັບບັນດາປະເທດບ້ານໃກ້ເຮືອນຄຽງ - ảnh 1
ສະພາບການຢູ່ທະເລຕາເວັນອອກ
ພາບ:tinmoi.vn


(vovworld)-​ໃນ​ບົດ​ຂຽນ​ທີ່​ອອກ​ໃນ​ຫນ້າ​​ເວັບ Chinausfocus.com ​ເມື່ອ​ວັນ​ທີ 30/6, ສາດສະດາຈານ Carlyle Thayer, ຜູ້​ຊ່ຽວຊານ​ຄົ້ນ​ຄວ້າ​ກ່ຽວ​ກັບ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຢູ່ ມະຫາວິທະຍາ​ໄລ New South Wales ປະ​ເທດ​ອົດ​ສະ​ຕາ​ລີ ​ໄດ້​ໄຈ້​ແຍກ ​ເລື່ອງ​ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ ​ໄດ້​ຕັ້ງ​ຄຳ​ຖາມ​ຢ່າງ​ເຂັ້ມງວດ​ກ່ຽວ​ກັບ​ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ການ​ພົວພັນ​ຂອງ​ຈີນ​ກັບບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ. ຕາມ​ສາດສະດາ​ຈານ Carlyle Thayer ​ແລ້ວ, ຂໍ້​ຕົກລົງ​ຂອງ​ປັກ​ກີ​ງ ​ໄດ້ສ້າງ​ຄວາມ​ແປກ​ປະຫລາດ​ກ່ຽວ​ກັບ​ການ​ກະຫາຍ​ສົງຄາມ ​ແລະ ​ໄຮ້​ເຫດຜົນ, ທຳລາຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ​ລະຫວ່າງ ຈີນ ກັບ​ບັນດາ​ປະ​ເທດ. ສິ່ງ​ທີ່​ແປກ​ປະຫລາດ​ນັ້ນ ​ຍ້ອນວ່າ ຫວຽດນາມ​ບໍ່​ມີ​ການ​ກະທຳ​ໃດ​ທີ່ອາດ​ຈະ​ຖື​ວ່າ​ແມ່ນການ​ເກາະ​ຜິດ​ເພື່ອ​ໃຫ້​ຈີນ​ອ້າງ​ອີງ​​​​ອະທິບາຍ​ໃຫ້​ການ​ກະທຳ​ທີ່​ຜິດພາດ​ຂອງ​ຕົນ. ຍີ່​ງກວ່າ​ນັ້ນ ກ່ອນ​ນັ້ນ ຈີນ​ບັນລຸ​ໄດ້​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ກັບ​ຫວຽດນາມ ກ່ຽວ​ກັບ​ວິທີ​ການ, ກົນ​ໄກ​ແກ້​ໄຂ​ບັນດາ​ຄວາມ​ຂັດ​ແຍ້​ງກັນ​ບົນ​ທະ​ເລ, ຊື່​ງ​​ໄດ້​ຮັບ​ຖື​ວ່າ​ແມ່​ນບັນຫາ​ສັບສົນ​ທີ່​ສຸດ​ໃນ​ການ​ພົວພັນ​ສອງ​ຝ່າຍ.

        ​ການ​ກະທຳ​ນັ້ນ​ແມ່ນ​ກະຫາຍ​ສົງຄາມ, ​ເພາະວ່າ ນີ້​​ເປັນ​ຄັ້ງ​ທຳ​ອິດ​ເຊິ່ງ​ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ປະ​ເທດ​ອື່ນ. ອັນຕະລາຍ​ກວ່າ, ປັກ​ກີ​ງ ຍັງ​ລະດົມ​ກຳ​ປັ່ນ​ຮົບ​, ກຳ​ປັ່ນ​ຫາ​ປາ, ​ເຮືອບິນ​ການ​ທະຫານ..​ຫລາຍ​ລຳ​ເພື່ອ​ປົກ​ປ້ອງ​ຮ້ານ​ເຈາະ​ນ້ຳມັນ ​ສະ​ເລ່ຍປະມານ 100 ລຳ/ມື້. ​ເມື່ອ​ຫວຽດນາມ ສົ່ງ​ກຳ​ປັ່ນ​ຕຳຫລວດ​ທະ​ເລ, ກຳ​ປັ່ນ​ກວດກາ​ການ​ປະມົງ​ມາ​ປະຕິບັດ​ກົດໝາຍ​ບົນ​ທະ​ເລ, ຈີນ​ໄດ້​ນຳ​ໃຊ້​ກຳ​ປັ່ນ​ເພ່ືອ​ສີດ​ນ້ຳ​ຂະຫນາດ​​ໃຫຍ່​ຢ່າງຮ້າຍ​ແຮງ​ໃສ່​ກຳ​ປັ່ນ​ຫວຽດນາມ. ບົດ​ຂຽນ​ໄດ້​ຢືນຢັນ​ວ່າ: ບໍ່​ທັນ​ເວົ້າ​ເຖິງ​ບັນດາ​ຖະ​ແຫລ​ງທວງ​ເອົາ​ອະທິ​ປະ​ໄຕ, ອຳນາດ​ສານ​ຂອງ​ຈີນ, ສະ​ເພາະ​ເລື່ອງ​ປັກ​ກີ​ງ ທວງ​ເອົາ​ອະທິປະ​ໄຕ​ຕາມ​ແຜນການ​ທີ່​ໄດ້​ສ້າງ​ຂຶ້ນ​ກ່ອນ​ນັ້ນ​​ແມ່ນ​ສະ​ແດງ​ໃຫ້​ເຫັນ​​ເນື້ອ​ແທ້​ຂອງ​ບັນຫາ.

ຂ່າວ/ບົດ​ອື່ນ