ຈີນບໍ່ທັນມີແຜນການພົບປະຂັ້ນສູງ ຈີນ-ຍີ່ປຸ່ນ ຢູ່ນອກກອງປະຊຸມ ASEM 9

ຈີນບໍ່ທັນມີແຜນການພົບປະຂັ້ນສູງ ຈີນ-ຍີ່ປຸ່ນ ຢູ່ນອກກອງປະຊຸມ ASEM 9 - ảnh 1

ທ່ານ​ຫົງ​​ເລີຍ-ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​

(ພາບ:vietnamplus.vn)

(VOV)- ວັນ​ທີ 29/10, ທີ່​ການ​ປະຊຸມນັດ​ສາມັນ​, ທ່ານ​ຫົງ​​ເລີ​ຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ຈີນ​ ບໍ່​ທັນມີ​ແຜນການຈັດການ​ພົບ​ປະ​ຂັ້ນສູງ​ຈີນ-​ຍີ່ປຸ່ນ ຢູ່​ນອກ​ກອງ​ປະຊຸມອາຊີ-​ເອີລົບ ຄັ້ງທີ 9 ຫລື ASEM 9 ຈະ​ມາ​ເຖິງ​. ຕາມ​ທ່ານ​ຫົງ​​ເລີຍ ​ແລ້ວ, ວຽກ​ງານ​ອັນ​ຮີບດ່ວນ​ໃນ​ປະຈຸ​ບັນ​ແມ່ນ​ຝ່າຍ​ຍີ່ປຸ່ນ ຕ້ອງ​ມີ​ບັນດາ​ຄວາມ​ມານະ​ພະຍາຍາມ​ອັນ​ແທດ​ຈິງ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນຫາ​ເກາະ​ຕ້ຽວ​ອີ ​​ໃຫ້ເປັນ​ປົກກະຕິ, ລົບ​ລ້າງ​ບັນດາ​ສິ່ງ​ກີດຂວາງ​ໃນ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ຈີນ-​ຍີ່ປຸ່ນ. ທ່ານ​ຍັງ​ໃຫ້​ຮູ້​ວ່າ: ​ແຕ່​ວັນ​ທີ 4-6/11, ທ່ານ​ນາຍົກລັດຖະມົນຕີຈີນ ​ເວີນ​ເຈຍ​ປາວ ຈະ​​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດອາຊີ-​ເອີລົບ ຄັ້ງທີ 9 ຢູ່​ວຽງ​ຈັນ ​ແລະ ​ໄປ​ຢ້ຽມຢາມ ສປປ ​ລາວ ຢ່າງ​ເປັນ​ທາງ​ການ ​ແລະ ທ່ານ ເວີນ​ເຈຍ​ປາວ ​ຈະລາຍ​ງານ​ທັດສະນະ​ຂອງ​ຈີນ ຕໍ່​ສະພາບ​ເສດຖະກິດ​ໂລກ ​ແລະ ​ແຜນ​ນະ​ໂຍບາຍ​ຂອງ​ຈີນ​ ໃນ​ການ​ເພີ່ມ​ທະວີການ​ຮ່ວມ​ມື​ອາຊີ-ເອີ​ລົບ, ພ້ອມ​ກັນນັ້ນທ່ານ​ຈະ​ພົບ​ປະ​ກັບ​ການ​ນຳ​ຂອງ​ປະ​ເທດ​ຈຳນວນ​ໜຶ່ງ​ເພື່ອ​ແລກປ່ຽນ​​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ.

ຂ່າວ/ບົດ​ອື່ນ