ຈີນບໍ່ມີຫຼັກຖານພຽງພໍເພື່ອແກ້ຄວາມໃຫ້ແກ່ການເຄື່ອນໄຫວຂອງຮ້ານເຈາະນ້ຳມັນ ໄຮ​ຢາງ 981

ຈີນບໍ່ມີຫຼັກຖານພຽງພໍເພື່ອແກ້ຄວາມໃຫ້ແກ່ການເຄື່ອນໄຫວຂອງຮ້ານເຈາະນ້ຳມັນ ໄຮ​ຢາງ 981 - ảnh 1
ຈີນໄດ້ໃຊ້​ກຳ​ປັ່ນ​ລັດຖະການ​ຕຳ​ໃສ່​ກຳ​ປັ່ນ​ຂອງ​ຫວຽດນາມ​

(vovworld)- ຕອນ​ບ່າຍ​ວັນ​ທີ 8/5, ກະຊວງການ​ຕ່າງປະ​ເທດ​ຈີ​ນ​ໄດ້​ຈັດການ​ປະຊຸມ​ຂ່າວ​ແນ​ໃສ່​ແກ້ຄວາມ​ໃຫ້​ແກ່​ເລື່ອງຕັ້ງຮ້ານ​ເຈາະ​ນ້ຳມັນ ໄຮ​ຢາງ 981 ​ເຄື່ອນ​ໄຫວ​ໃນ​ເຂດ​ນານ​ທະ​ເລ​ທີ່​ຂຶ້ນ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ. ທີ່​ການ​ປະຊຸມ, ຈີນ​ສືບ​ຕໍ່​ກ່່າວຢ້ຳຄືນ​ກ່ຽວກັບ​ຫຼັກ​ໝັ້ນ​ຂອງ​ອັນ​ທີ່​ເອີ້ນ​ວ່າ “ອະທິປະ​ໄຕ”ຂອງ​ປະ​ເທດ​ນີ້​ຢູ່​ເຂດທະ​ເລ​ຕາ​ເວັນ​ອອກ, ພ້ອມທັງຕັ້ງໃຈຕູ່ຫາ, ຖິ້ມໂທດໃສ່ຫວຽດນາມ. ແຕ່ຝ່າຍຈີນ ບໍ່ສາມາດຍົກອອກຫຼັກຖານໃດໆ ທີ່ພິສູດ ໃຫ້ແກ່ການຕຳໜິຕິຕຽນຂອງປະເທດນີ້ກ່ຽວກັບເລື່ອງ ກຳປັ່ນຫວຽດນາມ​ກໍ່ກວນ​ກຳ​ປັ່ນ​ຈີນ.

      ຕາມ​ນັກ​ຂ່າວ VOV ປະຈຳ​ຈີນ ທີ່​ເຂົ້າ​ຮ່ວມ​ການ​ປະຊຸມ​ຂ່າວ​ແລ້ວ, ​ຜູ້ຕາງໜ້າ​ບໍລິ​ສັດ​ໃຫຍ່​ນ້ຳມັນ​ອາຍ​ແກັສ​ໄຮ​ຢາງຂອງ​ຈີນ ບໍ່​ສາມາດ​ອະທິບາຍ​ວ່າ ​ເປັນ​ຫຍັງ​ປະ​ເທດ​ນີ້​ຕ້ອງ​ຈັດ​ສົ່ງ​ກຳ​ປັ່ນ​ກວ່າ 80 ລຳ​ເພື່ອ​ປ້ອງ​ກັນ​ຮ້ານ​ເຈາະ​ນ້ຳມັນ, ​ໃນ​ຂະນະ​ທີ່​ຕາມ​ທຳ​ມະ​ດາ​ແລ້ວ ​ແມ່ນ​ຕ້ອງການ​ມີ​ກຳ​ປັ່ນພຽງ 3 - 4 ລຳເທົ່າ​ນັ້ນ. ຕໍ່ໜ້າ​ຄຳ​ຖາມ​ກ່ຽວ​ກັບ​ເລື່ອງ​ກຳລັງ​ທີ່​ມີໜ້າ​ທີ່​ຂອງ​ປະ​ເທດ​ນີ້ ສີດ​ນ້ຳ ​ແລະ ​ໃຊ້​ກຳ​ປັ່ນ​ລັດຖະການ​ຕຳ​ໃສ່​ກຳ​ປັ່ນ​ຂອງ​ຫວຽດນາມ​ຫຼາຍ​ຄັ້ງນັ້ນ ​ແມ່ນ​ການ​ກະທຳ​ຂົ່ມ​ເຫັງ​ຢ່າງ​ບັງອາດ​ຫຼື​ບໍ່ ​ແລະ ຝ່າຍ​ຈີນ​ໄດ້ຈັດ​ສົ່ງ​ກຳ​ປັ່ນ​ທັງ​ໝົດຈັກລຳ​​ໄປ​ຍັງ​ບໍລິ​​ເວນ​ຮ້ານ​ເຈາະ​ນ້ຳມັນ ໄຮ​ຢາງ 981, ​ໃນ​ນັ້ນ​ມີ​ກຳ​ປັ່ນ​ທະຫານ​ຈັກ​ລຳ ? ຜູ້ຕາງໜ້າ​ກະຊວງ​ການ​ຕ່າງປະ​ເທດຈີນ ​ໄດ້​ຕັ້ງ​ໃຈ​ບໍ່​ໃຫ້​ຄຳ​ຕອບ. 

ຂ່າວ/ບົດ​ອື່ນ