ຈີນປາດຖະໜາຢາກເພີ່ມທະວີ ການພົວພັນຮ່ວມມືດ້ານເສດຖະກິດ ອາຊີ-ເອີລົບ

ຈີນປາດຖະໜາຢາກເພີ່ມທະວີ ການພົວພັນຮ່ວມມືດ້ານເສດຖະກິດ ອາຊີ-ເອີລົບ - ảnh 1

ທ່ານ​ນາຍົກລັດຖະມົນຕີຈີນ ​ເວີນ​ເຈຍ​ປາວ

(ພາບ:vov.vn)

(VOV)- ວັນ​ທີ 4/11, ທ່ານ​ນາຍົກລັດຖະມົນຕີຈີນ ​ເວີນ​ເຈຍ​ປາວ ​ໄດ້​ເລີ່​ມຕົ້ນການ​ໄປ​ຢ້ຽມຢາມ​ປະ​ເທດ ສປປລາວ ຢ່າງ​ເປັນ​ທາງ​ການ ​ແລະ ​ເຂົ້າຮ່ວມກອງ​ປະຊຸມສຸດ​ຍອດ​ອາຊີ-​ເອີ​ລົບ ຄັ້ງທີ 9 (ASEM 9 ). ຕາມ​ແຜນການ​ແລ້ວ, ທ່ານ​ເວີນ​​ເຈຍ​ປາວ ຈະ​ເຈລະຈາ​ກັບ​ທ່ານ​ເລຂາທິການ​ໃຫ່ຍ, ປະທານ​ປະ​ເທດ ສປປລາວ ຈູມ​ມາລີ ​ໄຊ​ຍະ​ສອນ ​ແລະ ທ່າ​ນນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ. ສອງ​ຝ່າຍ​ຈະ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສອງ​ຝ່າຍ ​ແລະ ​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ, ພາກ​ພື້ນ​ຕ່າງ​ມີ​ຄວາມສົນ​ໃຈ. ປະຈຸ​ບັນ, ຈີນ ​ແມ່ນ​ປະ​ເທດ​ລົງທຶນ​ຫຼາຍ​ກ່ວາ​ໝູ່​ຢູ່​ລາວ. ​ໃນ 9 ​ເດືອນຂອງ​ປີ 2012, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນ​ລຸ 1 ຕື້ 200 ລ້ານ​ໂດ​ລາ​ສະຫະລັດ, ​ເພີ່ມ 38,6% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນຂອງ​ປີ​ກາຍ. ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ກະສິກຳ, ​ເຕັກນິກ, ການ​ສຶກສາ….​ນັບ​ມື້​ນັບ​ເລິກ​ເຊິ່ງກ່ວາ​ອີກ. ນີ້​ແມ່ນ​ການ​ຢ້ຽມຢາມ​ລາວ ​ເປັນຄັ້ງທີ 3 ຂອງ​ທ່ານ​ເວີນ​ເຈຍ​ປາວ ​ໃນ​ຖະນະ​ແມ່ນ​ນາຍົກລັດຖະມົນຕີຈີນ.

 

 

 

ຂ່າວ/ບົດ​ອື່ນ