ຈີນພວມທຳລາຍອິດທິພົນຊື່ສຽງສາກົນຂອງຕົນເອງຍ້ອນການກະທຳຜິດຢູ່ທະເລ

ຈີນພວມທຳລາຍອິດທິພົນຊື່ສຽງສາກົນຂອງຕົນເອງຍ້ອນການກະທຳຜິດຢູ່ທະເລ - ảnh 1
ພາບປະກອບ

(vovworld) – ວັນ​ທີ 25/6, ຜູ້​ຊ່ວຍວຽກ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຮັບຜິດ​ຊອບ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ Daniel Russel ຖື​ວ່າ: ບັນດາ​ການ​ກະທຳ​ມີ​ລັກສະນະບີບບັງຄັບຂອງ ຈີນ ຢູ່​ເຂດ​ທ​ະ​ເລ​ຕ່າງ​ໆ ບໍ່​ພຽງ​ແຕ່​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ທະວີ​ຂຶ້ນ​ເທົ່າ​ນັ້ນ ຫາກ​ຍັງ​ທຳລາຍ​ອິດ​ທິພົນ​ຊື່​ສຽງ​ຂອງ​ປະ​ເທດ​ນີ້​ເອງ ບົນ​ເວ​ທີ​ສາກົນ​ອີກ​ດ້ວຍ.

    ກ່າວ​ຄຳ​ເຫັນ​ທີ່​ວາລະ​ອະພິປາຍຕໍ່​ໜ້າ​ສະພາ​ແຫ່ງ​ຊາດ, ທ່ານ Russel ຕຳ​ໜິຕິ​ຕຽນ​ບັນດາ​ການ​ກະທຳ​ໃນມໍ່ໆ​ມາ​ນີ້​ຂອງ ຈີນ​ຢູ່​ທະ​ເລ​ຮວາ​ຕູ​ງ ​ແລະ ທະ​ເລ​ຕາ​ເວັນ​ອອກ ​ອັນໄດ້​ເຮັດ​ໃຫ້​ບັນດາ​ປ​ະ​ເທດ​ບ້ານ​ໃກ້​ເຮືອ​ນຄຽງ​ຂອງ ບັກ​ກິ່ງ ມີ​ຄວາມ​ວິຕົກ​ວັງ​ວົນ. ຕາມ​ທ່ານ​​ແລ້ວ, ​ເລື່ອງ​ຈີນ ຜັນ​ຂະຫຍາຍ​ບັນດາ​ຮ້ານ​ເຈາ​ະນ້ຳມັນ​​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ ຫວຽດນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ, ຄວາມ​ຂັດ​ແຍ້​ງຜືນ​ແຜ່ນດິນກັບ​ບັນດາ​ປະ​ເທດ​ພັນ​ທະ​ມິດ​ຂອງ ອາ​ເມ​ລິ​ກາ ຄື: ຟິລິບ​ປິນ ​ແລະ ຍີ່ປຸ່ນ ປິນ​ຂັ້ນ​ໄດ​ໄດ້​ເຮັດ​ໃຫ້​ປະຊາ​ຄົມ​ໂລກ​ມີ​ຄວາມ​ວິຕົກ​ວັງ​ວົນ​ກ່ຽວ​ກັບ​ໄພ​ເກີດ​ການ​ປະ​ທະ​ກັນ​ດ້ານ​ການ​ທະ​ຫານ, ສົ່ງ​ຜົນ​ສະທ້ອນ​ຢ່າງ​ຫຍໍ້​ທໍ້​ເຖິງ​ການ​ພັດທະນາ​ຂອງ​ບັນດາ​ພື້ນຖານ​ເສດຖະກິດ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ