ຈີນ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ ລັດ​ເຊຍ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ໄປ​​ສູ່​ສັງ​ກາດ​ໃໝ່

(VOVWORLD) - ວັນທີ 21 ທັນວາ, ທ່ານຮອງປະທານສະພາຄວາມໝັ້ນຄົງ ສະຫະພັນ ລັດເຊຍ Dmitry Medvedev ໄດ້ໄປຢ້ຽມຢາມ ປັກກິງ ແລະ ມີການພົບປະກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ.
ຈີນ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ ລັດ​ເຊຍ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ໄປ​​ສູ່​ສັງ​ກາດ​ໃໝ່ - ảnh 1ທ່ານຮອງປະທານສະພາຄວາມໝັ້ນຄົງ ສະຫະພັນ ລັດເຊຍ Dmitry Medvedev ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ (ພາບ: Tass)

ການນຳຂອງພັກ ລັດເຊຍເອກະພາບ ແລະ ພັກກອມມູນິດ ຈີນ ໄດ້ປຶກສາຫາລືກ່ຽວກັບບັນດາບັນຫາແລກປ່ຽນກັນລະຫວ່າງ ສອງພັກກຳອຳນາດ, ແລກປ່ຽນສອງຝ່າຍໃນການພົວພັນຄູ່ຮ່ວມມືຍຸດທະສາດ ລັດເຊຍ - ຈີນໃນທຸກຂົງເຂດ, ລວມມີ: ເສດຖະກິດ, ອຸດສາຫະກຳ ແລະ ໃນຫຼາຍຂົງເຂດຕ່າງໆ… ສອງຝ່າຍກໍ່ແລກປ່ຽນກ່ຽວກັບບາງບັນຫາສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຍົກໃຫ້ເຫັນຢ່າງຈະແຈ້ງຈຸດຄ້າຍຄືກັນຂອງ ມົດສະກູ ແລະ ປັກກິ່ງ ໃນວິທີການສຳຜັດກັບບັນດາບັນຫາຮີບດ່ວນທີ່ສຸດໃນໂລກ, ເຕື້ອງເຖິງບັນຫາສົມທົບນະໂຍບາຍການຕ່າງປະເທດ ຍຸດທະສາດ ຢູ່ບັນດາພື້ນຖານຫຼາຍຝ່າຍ…

ຕອບກັບ

ຂ່າວ/ບົດ​ອື່ນ