ຈີນ​ພ້​ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ຢ່າງສະ​ໜິດ​ສະ​ໜົມ​

(VOVWORLD) -ທ່ານ ຫວ່າງອີ໊ ໄດ້ເນັ້ນໜັ້ກວ່າ ນອກຈາການໜູນຊ່ວຍໃຫ້ອາຊຽນຫຼາຍກ່ວາອີກ ໃນການຕໍ່ສູ້ຕ້ານ ໂລກລະບາດໂຄວິດ - 19, ຈີນ ຈະສະໜອງ ວັກຊິນໃຫ້ແກ່ບັນດາປະເທດ ອາຊຽນ ອີກດ້ວຍ.
ຈີນ​ພ້​ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ຢ່າງສະ​ໜິດ​ສະ​ໜົມ​ - ảnh 1 ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວ່າງອີ໊ (ພາບ: TTXVN)

ຕອນບ່າຍວັນທີ 7 ມີນາ, ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ ສາກົນ ທີ່ໄດ້ດຳເນີນຢູ່ນອກກອງປະຊຸມໃຫຍ່ຄັ້ງທີ 4 ຜູ້ແທນປະຊາຊົນທົ່ວປະເທດຈີນ ຊຸດທີ XIII, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວ່າງອີ໊ ຢັ້ງຢືນວ່າ ຈີນ ພ້ອມແລ້ວທີ່ຈະຮ່ວມມືກັບອາຊຽນ ເພື່ອສ້າງປະຊາຄົມທີ່ສະໜິດຕິດພັນກ່ວາອີກ ກັບອະນາຄົດລວມ ແລະ ເປີດໄລຍະທາງ 30 ປີແຫ່ງການຮ່ວມມື ຢ່າງເລິກເຊິ່ງກ້ວາງຂວາງກ່ວາອີກ. ຕາມທ່ານ ຫວ່າງອີ໊ແລ້ວ, ຈີນ ແລະ ບັນດາປະເທດ ອາຊຽນຄວນສືບຕໍ່ປະຕິບັດຖະແຫຼງການປີ 2002 ກ່ຽວກັບວິທີການປະພຶດຢູ່ ທະເລຕາເວັນອອກ  (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ເພື່ອຮັກສາຄວາມສະຖຽນລະພາບລວມ ຢູ່ທະເລຕາເວັນອອກ. ຈີນ ແລະ ບັນດາປະເທດອາຊຽນ ຕ້ອງຊຸກຍູ້ການປຶກສາຫາລື ກ່ຽວກັບ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC), ພ້ອມທັງມຸ່ງໄປເຖິງການສ້າງກົດແຫ່ງການປະພອດຢູ່ພາກພື້ນ ຢ່າງແທດຈິງ ແລະ ມີປະສິດທິຜົນ ໂດຍໄວ, ເໝາະສົມກັບກົດໝາຍສາກົນ ແລະ ຮັບໃຊ້ຄວາມຕ້ອງການຂອງບັນດາຝ່າຍທັງໝົດ.

        ທ່ານ ຫວ່າງອີ໊ ໄດ້ເນັ້ນໜັ້ກວ່າ ນອກຈາການໜູນຊ່ວຍໃຫ້ອາຊຽນຫຼາຍກ່ວາອີກ ໃນການຕໍ່ສູ້ຕ້ານ ໂລກລະບາດໂຄວິດ - 19, ຈີນ ຈະສະໜອງ ວັກຊິນໃຫ້ແກ່ບັນດາປະເທດ ອາຊຽນ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ