ຈີນ​ຢັ້ງ​ຢືນ ເລື່ອງ ອາ​ເມ​ລິ​ກາ ກັ​ບ​ຄ​ືນເຂົ້າ​ສູ່​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ ອີ​ຣານ​ ໂດຍ​ໄວ ແມ່ນ “​ລູກ​ກຸນ​ແຈ” ແກ້​ໄຂ​ບັນ​ຫາ

(VOVWORLD) -ທ່ານ ງ໊ວາງຈຸ໊ຍ ເອກອັກຄະລັດຖະທູດ ຈີນ ຖືວ່າ, ເລື່ອງອຳນາດການປົກຄອງຊຸດເກົ່າຂອງ ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງ ແບບພຽງລຳຟັງຝ່າຍດຽວ ແລະ ສ້າງກຳລັງຄວາມກົດດັນຕໍ່ ອີຣານ ແມ່ນເຫດຜົນອັນເລິກເຊິ່ງ ທີ່ເຮັດໃຫ້ບັນຫານິວເຄຼຍ ອີຣານ ມີຄວາມເຄັ່ງຕຶງຄືໃນປັດຈຸບັນ. 

ກ່າວຄຳເຫັນທີ່ການເຈລະຈາລະຫວ່າງບັນດາຝ່າຍເພື່ອແນໃສ່ ກູ້ເອົາຂໍ້ຕົກລົງນິວເຄຼຍ ອີຣານ ທີ່ໄດ້ຮັບການລົງນາມໃນປີ 2015 ລະຫວ່າງ ອີຣານ ແລະ ກຸ່ມ P5+1 ຢູ່ Vienna, ປະເທດ ໂອຕາລິດ ໃນວັນທີ 6 ເມສາ, ທ່ານເອກອັກຄະລັດຖະທູດ ຜູ້ຕາງໜ້າຝ່າຍຈີນ ຖືວ່າ: ເລື່ອງ ອາເມລິກາ ກັບຄືນເຂົ້າສູ່ຂໍ້ຕົກລົງນິວເຄຼຍ ອີຣານ ໂດຍໄວ ແມ່ນ “ລູກກຸນແຈ” ແກ້ໄຂບັນຫາໃນປັດຈຸບັນ.

ທ່ານ ງ໊ວາງຈຸ໊ຍ ເອກອັກຄະລັດຖະທູດ ຈີນ ຖືວ່າ, ເລື່ອງອຳນາດການປົກຄອງຊຸດເກົ່າຂອງ ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງ ແບບພຽງລຳຟັງຝ່າຍດຽວ ແລະ ສ້າງກຳລັງຄວາມກົດດັນຕໍ່ ອີຣານ ແມ່ນເຫດຜົນອັນເລິກເຊິ່ງ ທີ່ເຮັດໃຫ້ບັນຫານິວເຄຼຍ ອີຣານ ມີຄວາມເຄັ່ງຕຶງຄືໃນປັດຈຸບັນ. ທ່ານ ງ໊ວາງຈຸ໊ຍ ກໍ່ຖືວ່າ, ຄຳຮຽກຮ້ອງທີ່ຊອບທຳຂອງ ອີຣານ ຕ້ອງໄດ້ຮັບການຢັ້ງຢືນ  ແລະ ຕອບສະໜອງກ່ອນ ຫາກບໍ່ແມ່ນບັນດາຄຳຮຽກຮ້ອງຂອງບັນດາຝ່າຍຈັດວາງບັນດາມາດຕະການລົງໂທດ, ດັ່ງນັ້ນ ອາເມລິກາ ຄວນຍົກເລິກທຸກໆມາດຕະການລົງໂທດບໍ່ຊອບທຳ ທີ່ເລັງໃສ່ອີຣານ ແລະ ອີຣານ ຈະສືບຕໍ່ຟື້ນຟູເລື່ອງປະຕິບັດຂໍ້ຕົກລົງບົນພື້ນຖານນີ້.

ຜູ້ຕາງໜ້າຝ່າຍຈີນ ກໍ່ສະໜັບສະໜູນຄະນະກຳມະການປະສົມເລີ່ມຕົ້ນ 2 ວິວັດຂະບວນການລວມມີ ວິວັດຂະບວນການຂອງກຸ່ມປະຕິບັດງານໃນຂົງເຂດນິວເຄຼຍ, ຍົກເລີກຄຳສັ່ງລົງໂທດ ແລະ ວິວັດການຂອງກຸ່ມປະຕິບັດງານ “ຕິດຕໍ່ພົວພັນ” ກັບອາເມລິກາຢ່າງແໜ້ນແຟ້ນ.

ດິ່ງຕວັນ, ນັກຂ່າວ VOV ປະຈຳ ປັກກິ່ງ

ຕອບກັບ

ຂ່າວ/ບົດ​ອື່ນ