ຈີນ​ຢຸດ​ຕິ​ການ​ນຳ​ເຂົ້າ​ສັດ​ປີກ​ຂອງ ບໍ​ລິ​ສັດ​ອາ​ເມ​ລິ​ກາ

(VOVWORLD) -ວັນທີ 21 ມິຖຸນາ, ຈີນໄດ້ຢຸດຕິການນຳເຂົ້າຜະລິດຕະພັນສັດປີກຂອງ ບໍລິສັດປຸງແຕ່ງອາຫານທີ່ມີສຳນັກງານຕັ້ງຢູ່ ອາເມລິກາ ແລະ ຮຽກຮ້ອງໃຫ້ ໂຮງງານເຄື່ອງດື່ມ PepsiCo ແຫ່ງໜຶ່ງ ຢູ່ປັກກິ່ງຕ້ອງປິດປະຕູ. ການຕັດສິນໃຈນີ້ໄດ້ຍົກອອກມາໃນສະພາບການໂລກລະບາດ Covid – 19ແຜ່ລາມເປັນວົງກ້ວາງຢູ່ນະຄອນນີ້.
ຈີນ​ຢຸດ​ຕິ​ການ​ນຳ​ເຂົ້າ​ສັດ​ປີກ​ຂອງ ບໍ​ລິ​ສັດ​ອາ​ເມ​ລິ​ກາ - ảnh 1 ຈີນຢຸດຕິການນຳເຂົ້າສັດປີກຂອງ ບໍລິສັດອາເມລິກາ(ພາບ:  axios.com/TTXVN)

ຕາມແຈ້ງການແລ້ວ, ກົມໃຫຍ່ພາສີ ຈີນ (GAC) ໃຫ້ຮູ້ວ່າ ປະເທດນີ້ໄດ້ຢຸດຕິຊົ່ວຄາວການນຳເຂົ້າໄກ່ແຊ່ເຢັນຂອງບໍລິສັດ Tyson Foods ພາຍຫຼັງບໍລິສັດນີ້ຢັ້ງຢືນວ່າ ໄດ້ກວດພົບເຊື້ອໄວຣັດ SARS-CoV-2 ທີ່ໂຮງງານຢູ່ Arkansas.

        ນອກຈາກນັ້ນ, ບໍລິສັດ Pepsico ຂອງ ອາເມລິກາ ກໍ່ຖືກຮຽກຮ້ອງໃຫ້ປິດປະຕູໂຮງງານຜະລິດແຫ່ງໜຶ່ງຢູ່ປັກກິ່ງ ພາຍຫຼັງ ພະນັກງານ8 ຄົນຂອງບໍລິສັດດັ່ງກ່າວ ມີຜົນກວດເປັນບວກກັບເຊື້ອໄວຣັດ SARS-CoV-2.

ຕອບກັບ

ຂ່າວ/ບົດ​ອື່ນ