ຈີນຢຸດຕິການເຈາະສຳຫລວດນ້ຳມັນອາຍແກສຢ່າງຜິດກົດໝາຍຢູ່ໃກ້ກັບໝູ່ເກາະຮ່ວາງຊາຂອງຫວຽດນາມ

ຈີນຢຸດຕິການເຈາະສຳຫລວດນ້ຳມັນອາຍແກສຢ່າງຜິດກົດໝາຍຢູ່ໃກ້ກັບໝູ່ເກາະຮ່ວາງຊາຂອງຫວຽດນາມ - ảnh 1
ກຳມະກອນຈີນຢູ່ຮ້ານເຈາະນ້ຳມັນໄຮຢາງ 981
photo: baomoi.com.vn

(vovworld)- ວັນ​ທີ 15/7, ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ສ​ແຫ່ງ​ຊາດ​ຈີນ (CNPC) ​ໄດ້​ແຈ້ງ​ຂ່າວ​ໃຫ້​ຮູ້​ວ່າ: ​ໄດ​້ສຳ​ເລັດ​ເລື່ອງ​ເຈາະ​ສຳ​ຫລວດ​ນ້ຳມັນ ຢູ່​​ໄກ​ຝັ່ງ​ໝູ​່​ເກາະ​ຮ່ວາງ​ຊາ ຂອງ​ຫວຽດນາມ. ​ແຈ້ງ​ການ​ຂອງ CNPC ​ເວົ້າ​ວ່າ: ບໍລິສັດ​ນີ້​ໄດ້​ເລີ່​ມຕົ້ນ​ການ​ເຈ​າະສຳ​ຫລວດ ນຳ້ມັນ 2 ບໍ່​​ຢູ່​ບໍລິ​ເວນ​ນີ້​ນັບ​ແຕ່​ຕົ້ນ​ເດືອນ 5 ​ແລະ ສິ້ນ​ສຸດ​ການ​ເຄື່ອນ​ໄຫວ​ສຳ​ຫລວດ ນ້ຳມັນ​ 2 ບໍ່​ນີ້​ໃນ​ວັນ​ທີ 27/5 -15/4. CNPC ​ໃຫ້​ຮູ້​ວ່າ: ​ໄດ້​ພົບເຫັນ​ບັນດາ​ສັນຍານ​ໃຫ້​ເຫັນ​ວ່າມີນ້ຳມັນ​ບໍ່ ​ແລະ ອາຍ ​ແກ​ສ ຢູ່​ທີ່​ນີ້ ​ແລະ ຈະ​ປະ​ເມີນ​ຜົນ​ຖານ​ຂໍ້​ມູນ​ທີ່​ເກ​ັບກຳມາ​ໄດ້ ​ເພື່ອ​ຕັດສິນ​ກ່ຽວ​ກັບ​ບາດກ້າວ​ຕໍ່​ໄປ.ຕາມ CNPC ​ແລ້ວ,​ຮ້ານ​ເຈາະ​ສຳ​ຫລວດ​ນ້ຳມັນ​ຢູ່​ບໍລິ​ເວນ​ດັ່ງກ່າວ ​ໂດຍ​ບໍລິສັດ​ບໍລິການ​ນ້ຳມັນ​ອາຍ​ແກ​ສ ຈີນ ສະຫນອງ ຈະ​ຖືກ​ຈັດ​ສົ່ງໄປ​ເຄື່ອນ​ໄຫວ​ຢູ່​ໝູ່​ເກາະ ​ໄຮ່ຫນານ ຂອງ​ຈີນໃນໄລຍະຕໍ່ໄປ.

ຂ່າວ/ບົດ​ອື່ນ