ຈີນ,ລາວເພີ່ມທະວີການພົວພັນ2ຝ່າຍ

ຈີນ,ລາວເພີ່ມທະວີການພົວພັນ2ຝ່າຍ - ảnh 1
ທ່ານ​ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິ​ງ ​ພົບ​ປະ​ເຈລະຈາ​ກັບ​
ທ່ານປະທານ​ປະ​ເທດ ສປປ ລາວ ບຸນ​ຍັງ ວໍລະ​ຈິດ
(ພາບ: Xinhua)

(vovworld) - ​ ​ ວັນ​ທີ 03/05, ທ່ານ​ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິ​ງ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານປະທານ​ປະ​ເທດ ສປປ ລາວ ບຸນ​ຍັງ ວໍລະ​ຈິດ​ ຊຶ່ງພວມ​ມີ​ການຢ້ຽມຢາມ ຈີນ ຢ່າງ​ເປັນ​ທາງ​ການ. ຕາມ​ທ່ານ ສີ​ຈິ້ນ​ຜິ​ງ ​ແລ້ວ, ການ​ຢ້ຽມຢາມດັ່ງກ່າວ ​ໄດ້​ໃຫ້​ເຫັນ​ວ່າ ຝ່າຍ ລາວ ຖື​ເປັນ​ສຳຄັນ​ທີ່​ສຸດ​ການ​ພົວພັນ ລາວ - ຈີນ. ທ່ານ ສີ​ຈິ້ນ​ຜິ​ງ ຮຽກຮ້ອງ 2 ຝ່າຍ​ກຳ​ແໜ້ນ​ກາລະ​ໂອກາດ ​ເພື່ອ​ເພີ່ມ​ທະວີການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ 2 ຝ່າຍ, ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ຂັ້ນ​ສູງ, ຮັກສາ​ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ 2 ຝ່າຍ​ກ່ຽວ​ກັບ​ດ້ານ​ການ​ເມືອງ​​ຂັ້ນສູງ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ລະຫວ່າງ 2 ພັກ. ທ່ານ​ປະທານ​ປະ​ເທດ ຈີນ ກໍ່​ຫວັງ​ວ່າ 2 ປະ​ເທດ​ຈະ​ສົມທົບ​ກັນ​​ໃນ​ບັນດາ​ບັນຫາ​ສາກົນກ່ວາ​ອີກ​, ​ໃນ​ນັ້ນ ມີ​ການ​ຮ່ວມ​ມື​ລະຫວ່າງ ຈີນ ​ແລະ ອາ​ຊຽນ. ສ່ວນ​ທ່ານ​ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍລະ​ຈິດ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມຢາມຈະ​ຊ່ວຍ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ຢູ່​ໃນ​ລະດັບສູງ ​ແລະ ຄະນະການ​ນຳ​ໃໝ່​ຂອງ ລາວ ຈະ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ພັກ ​ແລະ 2 ລັດ. ການ​ນຳ 2 ທ່ານ​ກໍ່​ເປັນ​ສັກຂີ​ພິຍານພິທີ​ລົງ​​ຂໍ້​ຕົກລົງ​ການ​ຮ່ວມ​ມື​ຫລາຍ​ສະບັບ.

 

 

ຂ່າວ/ບົດ​ອື່ນ