ຈີນສະເໜີໃຫ້ WTO ອະນຸຍາດປັບໄໝສິນຄ້າອາເມລິກາ

(VOVWORLD) -ຕາມເອກະສານເຊິ່ງອົງການການຄ້າໂລກ (WTO) ປະກາດໃນວັນທີ 11 ກັນຍາ, ຈີນ ສະເໜີໃຫ້ WTO ອະນຸຍາດຈັດວາງການລົງໂທດດ້ານການຄ້າປະຈຳປີສຳລັບປະລິມານສິນຄ້າຂອງອາເມລິກາ ທີ່ມີມູນຄ່າກວ່າ 7 ຕື້ USD ຍ້ອນບໍ່ປະຕິບັດຕາມຄຳຕັດສິນກ່ຽວກັບການຂັດແຍ້ງທີ່ກ່ຽວຂ້ອງເຖິງອັດຕາພາສີຕ້ານການຂາຍບຸບລາຄາຂອງອາເມລິກາ.
ຈີນສະເໜີໃຫ້ WTO ອະນຸຍາດປັບໄໝສິນຄ້າອາເມລິກາ - ảnh 1(ພາບປະກອບ: EPA/TTXVN)

WTO ໃຫ້ຮູ້ວ່າ, ອົງການແກ້ໄຂການຂັດແຍ້ງກັນ (DBS) ທີ່ສັງກັດອົງການນີ້ຈະຈັດກອງປະຊຸມພິເສດໃນວັນທີ 21 ກັນຍາ, ຈະມາເຖິງເພື່ອປຶກສາຫາລືກ່ຽວກັບບັນດາການຜັນແປໃນການຂັດແຍ້ງດ້ານການຄ້າລະຫວ່າງອາເມລິກາ ແລະ ຈີນ ທີ່ແກ່ຍາວມາເປັນເວລາ 5 ປີຜ່ານມາ.

        ການກະທຳດັ່ງກ່າວໄດ້ພາໃຫ້ເກີດຄວາມວິຕົກກັງວົນກ່ຽວກັບໄພເກີດຄວາມເຄັ່ງຕຶງປິນຂັ້ນໄດດ້ານການຄ້າລະຫວ່າງ 2 ພື້ນຖານເສດຖະກິດແຖວໜ້າຂອງໂລກ, ກໍ່ຄືເພີ່ມຄວາມກົດດັນຕໍ່ບັນດາຕະຫຼາດຫຼັກຊັບເອີລົບ ແລະ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ