ຈີນສະແດງສະໜັບສະໜູນການເຈລະຈາໂດຍກົງລະຫວ່າງອາເມລິກາ-ສປປ.ເກົາຫຼີ

ຈີນສະແດງສະໜັບສະໜູນການເຈລະຈາໂດຍກົງລະຫວ່າງອາເມລິກາ-ສປປ.ເກົາຫຼີ - ảnh 1
​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຈີນ ຄູ໋ງ​ໄຫຼ
(ພາບ: Kyodo/TTXVN)

(vovworld) -     ວັນ​ທີ 18/05 ຈີນ ສະ​ແດງ​ຄວາມ​ສະໜັບສະໜູນ​​ເລື່ອງດຳ​ເນີນ​ການ​ເຈລະຈາ​ໂດຍ​ກົງ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ສປປ. ​ເກົາຫຼີ ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ ພຽງ​ຢາງ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຈີນ ຄູ໋ງ​ໄຫຼ ຍົກ​ອອກ​ຄຳ​ຖະ​ແຫຼ​ງດັ່ງກ່າວ ພາຍຫລັງ​ທີ່ຜູ້​​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ ​ອາ​ເມ​ລິ​ກາ​ ຂອງ​ພັກສາ​ທາ​ລະນະ​ລັດທ່ານ Donald Trump ສະ​ແດງ​​ໃຫ້​ເຫັນ​ການ​ກຽມພ້ອມ​ເຈລະຈາ​ກັບ​ການ​ນຳ ສປປ. ​ເກົາຫຼີ Kim Jong-un ​ເພື່ອ​ແນ​ໃສ່​ເກ້​ຍກ່ອມ ພຽງ​ຢາງ ປະລະ​ໂຄງການ​ອາວຸດ​ນິວ​ເຄຼຍ. ຄຳ​ຖະ​ແຫຼ​ງນັ້ນ ​ສະ​ແດງໃຫ້​ເຫັນ​ຄວາມ​ແຕກ​ຕ່າງ​ກັນ​ໃຫຍ່ ​ເມື່ອ​ທຽງ​ໃສ່​ນະ​ໂຍບາຍ​ຂອງ​ອຳ​ນາດການ​ປົກຄອງ​ໃນ​ປະຈຸ​ບັນ​ຂອງ​ປະທານາທິບໍດີ Barak Obama ສຳລັບ ສປປ.​ເກົາຫຼີ. ນັບ​ແຕ​່ກ່ອນ​ມາ​ຮອດ​ປະຈຸ​ບັນ, ວໍ​ຊິງ​ຕັນ ຍັງຄົງ​ສຸມ​ໃສ່​​ເພີ່ມ​ຂຶ້ນ​ບັນດາ​ມາດ​ຕະການ​ລົງ​ໂທດ ສປປ.​ເກົາຫຼີ​ ຈົນ​​ຮອດ​​ເວລາ​ໃດ ພຽງ​ຢາງ ພ້ອມ​ແລ້ວ​ທີ່​ຈະປອ​ດນິວ​ເຄຼຍ ​ໂດຍ​ຜ່ານ​ບັນດາ​ການ​ກະທຳ​ລະອຽດ.

ຂ່າວ/ບົດ​ອື່ນ