ຈີນ,ອິດສະລາແອນເລີ່ມຕົ້ນການເຈລະຈາFTAຢ່າງເປັນທາງການ

ຈີນ,ອິດສະລາແອນເລີ່ມຕົ້ນການເຈລະຈາFTAຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະ​ມົນຕີ ອິດສະ​ລາ​ແອນ Benjamin Netanyahu
(ພາບ: AP)

(vovworld) -  ​ ວັນ​ທີ 29/03, ຈີນ ​ແລະ ອິດສະ​ລາ​​ແອນ ​ເລີ່​ມຕົ້ນ​ການ​ເຄື່ອນ​ໄຫວ​ເຈລະຈາ​ກ່ຽວ​ກັບ​ຂໍ້​ຕົກລົງ​ດ້ານການ​ຄ້າ​ເສລີ (FTA) ຢ່າງ​ເປັນ​ທາງ​ການ ​ເຊິ່ງບັນດາ​ເຈົ້າ​ໜ້າ​ທີ່​ຕີ​ລາຄາ​ວ່າ ອາດ​ຈະ​ຊ່ວຍ​ເພີ່ມ​ປະລິມານ​ດ້ານ​ການ​ຄ້າ​ລະຫວ່າງ 2 ປ​ະ​ເທດ​ຂຶ້ນທົບ 2 ​ເທົ່າ, ​ເຊິ່ງປະຈຸ​ບັນ​ພວມ​ຢູ່​ໃນ​ລະດັບ​ປະມານ 8 ຕື້ USD. ຕາມ​ເຈົ້າໜ້າ​ທີ່​ຂັ້ນ​ສູງ ອິດສະ​ລາ​​ແອນ ​ແລ້ວ, ວິວັດ​ການ​ເຈລະຈາ​ອາດ​ຈະ​ແກ່ຍາວ​ເປັນ​ເວລາ 1 ປີ. ທ່ານ​ນາຍົກລັດຖະ​ມົນຕີ ອິດສະ​ລາ​ແອນ Benjamin Netanyahu ​​ໄດ້ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ບັນຫາ​ນີ້ ພາຍ​ຫລັງ​ຕ້ອນຮັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຈີນ ຫລຽວແຢ໋ນໂຕຼງ ທີ່​ພວມ​ຢູ່​ຢ້ຽມຢາມ ອິດສະ​ລາ​ແອນ. ​ໃນ​ຖະ​ແໜງ​ການ​ຂອງ​ຫ້ອງ​ວ່າການ​ນາຍົກລັດຖະມົນຕີ, ທ່ານ Netanyahu ຖື​ວ່າ: ການ​ຮ່ວມ​ມື​ລະຫວ່າງ ອິດສະ​ລາ​ແອນ ​ແລະ ຈີນ ສາມາ​ດນຳ​ມາ​ໃຫ້​ບັນດາ​ໝາກຜົນ​ອັນໃຫຍ່​ຫລວງ, ອິດສະ​ລາ​ແອນ ອາດ​ຈະ​ແມ່ນ​ຄູ່​ຮ່ວມ​ມືອຸດົມ​ຄະຕິ​ຂອງ ຈີນ.

        ສ່ວນ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຈີນ​ ຢືນຢັນ​ວ່າ: ອິດສະ​ລາ​ແອ​ນ ມີ​ຊື່​ສຽງ​ໃນ​ໂລກ​ກ່ຽວ​ກັບ​ການ​ປະດິດ​ສ້າງ​ ​ແລະ ປັກ​ກີ​ງ ປາດ​ຖະໜາ​ຢາກ​ດຳ​ເນີນ​ບັນດາ​ໂຄງການ​ຮ່ວມ​ໃຫຍ່​ກັບ Tel Aviv. ທີ່​ການ​ພົບ​ປະ​ດັ່ງກ່າວ​, 2 ຝ່າຍ​ໄດ້​ລົງ​ນາມ​​ໃນຂໍ້​ຕົກ​ລົງ​​ຮ່ວມ​ມື 13 ສະບັບ, ​ໃນ​ນັ້ນ​ມີ​ບັນດາ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ພັດທະນາ​ແຫຼ່ງນ້ຳ ​ແລະ ພະລັງງານ.

 

ຂ່າວ/ບົດ​ອື່ນ