ຈີນ,ອາເມລິກາ ໝັ້ນໝາຍຊຸກຍູ້ການຮ່ວມມືສອງຝ່າຍ

ຈີນ,ອາເມລິກາ ໝັ້ນໝາຍຊຸກຍູ້ການຮ່ວມມືສອງຝ່າຍ - ảnh 1
ທ່ານ​ປະທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິ​ງ
photo:internet

(vovworld)- ວັນ​ທີ 4/12, ທ່ານ​ປະທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິ​ງ ​ໄດ​້ຕ້ອນຮັບ​ທ່ານ​ຮອງ​ປະທານາທິບໍດີ ​ອາ​ເມ​ລິ​ກາ Joe Biden ພວມ​ຢ້ຽມຢາມ​ປະ​ເທດ​ນີ້. ກ່າວ​ຄຳ​ເຫັນ​ທີ່​ພິທີ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິ​ງ ສະ​ແດງ​ຄວາມ​ປາດ​ຖະຫນາ​ວ່າ ການ​ຢ້ຽມຢາມ​ຂອງ​ທ່ານ​ຮອງ​ປະທານາທິບໍດີ ອາ​ເມ​ລິ​ກາ Joe Biden ຈະ​ຊ່ວຍ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ການ​ແລກປ່ຽນ ​ແລະ ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ. ທ່ານປະທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິ​ງ ຖືວ່າ: ຈີນ ​ແລະ ອາ​ເມ​ລິ​ກາ ດ້ວຍ​ຖານະ​ແມ່ນ​ສອງ​ພື້ນຖານ​ເສດຖະກິດ​ຫລັກ​ແຫ​ລ່ງ ​ແລະ ​​ແມ່ນ​ປະ​ເທດ​ສະມາຊິກ​ປະຈຳ​ສະພາ​ຄວາມ​ໝັ້ນຄົງ ສປຊ, ຄວນ​ແບ່ງປັນ​ບັນດາ​ພັນທະ​ສຳຄັນ​ເພື່ອ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ໂລກ ​ແລະ ຊຸກຍູ້​ການ​ພັດທະນາ. ທ່ານ​ປະທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິ​ງ ໝັ້ນ​ໝາຍ​ ຈະ​ມານະ​ພະຍາຍາມ​ພ້ອມກັບ​ອາ​ເມ​ລິ​ກາ ຊຸກຍູ້​ການ​ຮ່ວມ​ມື​ຜ່ານພຶດຕິ​ກຳ​ຕົວ​ຈິງ ​ແລະ ສົມທົບ​ກັນ​ໃນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ​ໂລກ, ​ແກ້​ໄຂ​ບັນດາ​ບັນຫາ​ສະດຸ​້ງ​ໄວ​ ​ແລະ ຄວາມ​ບໍ່​ລົງ​ລອຍ​ກັນຢ່າງ​ສົມ​ເຫດ​ສົມ​ຜົນ  ​ເພື່ອ​ຮັບປະກັນ​ການ​ພັດທະນາ​ການ​ພົວພັນ​ສອງ​ຝ່າຍ​ແບບ​ຍືນ​ຍົງ. ສ່ວນ​ທ່ານ Joe Biden ຖື​ວ່າ: ການ​ພົວພັນ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ຈີນ ຕ້ອງ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ດ້ວຍ​ຄວາ​ມ​ໄວ້​ວາງ​ໃຈ.

ຂ່າວ/ບົດ​ອື່ນ