ຈີນຮັບຮູ້ກໍລະນີຕິດໂລກ H7N9 ຕື່ມອີກສອງຄົນ

ຈີນຮັບຮູ້ກໍລະນີຕິດໂລກ H7N9 ຕື່ມອີກສອງຄົນ - ảnh 1

(ພາບປະກອບ:tuoitre.vn)

(vovworld)- ວັນທີ 7/4, ນະຄອນ​ຊຽງ​ໄຮ່ ຂອງ​ຈີນ ສືບ​ຕໍ່​ຮັບ​ຮູ້​ບັນດາ​ກໍລະນີ​ຕິດ​ໂລກ​ໄຂ້ຫວັດ​ສັດ​ປີກ H7N9 ​ໃໝ່. ຄົນ​ເຈັບ​ໃໝ່​ສອງ​ຄົນ​ແມ່ນ​ຜູ້​ຊາຍ, ອາຍຸ 67 ​ແລະ 59 ປີ, ​ຖືກ​ຕິດ​ໂລກ​ໄຂ້ຫວັດ​ແຕ່​ທ້າຍ​ເດືອນ 3 ​ແລະ ​ໄດ້​ຮັບ​ການບົ່ງ​ມະຕິວ່າ ຖືກ​ປອດ​ອັກ​ເສບ. ​ໄລ່​ມາຮອດປະຈຸ​ບັນ, ຊຽງ​ໄຮ່​ ມີ 10 ຄົນ​ຖືກ​ຕິດ​ໂລກ​ໄຂ້ຫວັດ H7N9, ​ໃນ​ນັ້ນມີ 4 ຄົນ​ຖືກ​ເສຍ​ຊີວິດ​ແລ້ວ ​ແລະ 6 ຄົນ​ຍັງ​ເຫຼືອ​ພວມ​ຖືກ​ແຍກ​ຕົວ​ເພື່ອ​ປິ່ນປົວ. ​ໄລ່​ລວມ​ໃນ​ທົ່ວ​ປະ​ເທດ​ຈີນ ​ມີ​ທັງ​ໝົດ 20 ຄົນ​ຖືກ​ຕິດ​ໂລກລະບາດ​ດັ່ງກ່າວ, ​ໃນ​ນັ້ນມີ 6 ຄົນ​ຖືກ​ເສຍ​ຊີວິດ​. ​ເພື່ອ​ສະກັດ​ກັ້ນການ​ແຜ່​ລະບາດ​ຂອງ​ເຊື້ອ​ໄວຣັດທີ່​ອັນຕະລາຍ​ນີ້, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນຊຽງ​ໄຮ່ ​ໄດ້​ອອກ​ຄຳ​ສັ່ງ​ດັບ​ສູນ​ສັດ​ປີກ 98.000 ​ໂຕ.

ຂ່າວ/ບົດ​ອື່ນ