ຈີນແລະຍີ່ປຸ່ນບັນລຸໄດ້ການເຫັນດີເຫັນພ້ອມໃນບັນຫາສຳຄັນຫລາຍຢ່າງ

ຈີນແລະຍີ່ປຸ່ນບັນລຸໄດ້ການເຫັນດີເຫັນພ້ອມໃນບັນຫາສຳຄັນຫລາຍຢ່າງ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 1/11, ທ່ານ​ນາຍົກລັດຖະມົນ​ຕີ ຍີ່ປຸ່ນ Shinzo Abe ມີ​ການ​ພົບ​ປະ​ກັບ​ຄູ່​ຕຳ​ແໜ່​ງ ຈີນ ຫຼີ​ເຄີຊຽນ ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ ສ.​ເກົາຫຼີ - ຈີນ - ຍີ່ປຸ່ນ ຢູ່​ນະຄອນຫລວງ Seoul ສ.​ເກົາຫຼີ. ທີ່​ການ​ພົບ​ປະ, ທ່ານ​ນາຍົກລັດຖະມົນຕີ ຈີນ ຫຼີ​ເຄີ​ຊຽນ ຊີ້​ແຈ້ງວ່າ: 2 ປະ​ເທດ​ຕ້ອງ​ແກ້​ໄຂ​ບັນດາ​ບັນຫາສະດຸ້ງ​ໄວ​ໃນ​ການ​ພົວພັນ​ດ້ານ​ການ​ເມືອງ 2 ຝ່າຍ ​ໂດຍອີງ​ໃສ່​ຈິດ​ໃຈ​​ແກ້​ໄຂ​ຢ່າງ​ກົງ​ໄປ​ກົງ​ມາ​ກັບ​ປະຫວັດ​ສາດ ​ແລະ ຖື​ປະຫວັດສາດ​ເປັນ​​ແວ່ນ​ແຍງ, ພ້ອມ​ກັນ​ນັ້ນ ກໍ່ຮັບປະກັນ​ຢ່າງ​​ແນ່ນອນ​ກ່ຽວ​ກັບການ​ພົວພັນ​ຍຸດ​ທະ​ສາດ 2 ຝ່າຍ​ໃຫ້​ພັດທະນາ​ຮອບດ້ານ​ເພື່ອຮັບ​ໃຊ້​ຜົນ​ປະ​ໂຫຍ​ດລວມ. ສ່ວນ​ທ່ານ ນາຍົກລັດຖະມົນ​ຕີ ຍີ່ປຸ່ນ Shinzo Abe ​ເນັ້ນ​ໜັກ​ວ່າ: ບັນດາ​ຄວາມ​ມານະ​ພະຍາຍາມຂອງ ​ໂຕ​ກຽວ ​ແມ່ນ​ເພື່ອ​ແນ​ໃສ່​ປັບປຸງ​ການ​ພົວພັນ​ກັບ ປັກ​ກິ​ງ. ການ​ນຳ ຍີ່ປຸ່ນ ຢືນຢັນ​ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ​ທີ່ຢືດໝັ້ນ​ໃນ​ຫລັກການ​ສ້າງສາຍ​ພົວພັນ​ຍຸດ​ທະ​ສາດ 2 ຝ່າຍ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບ ຈີນ.

        2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ເຊື່ອມ​ຕໍ່​ບັນດາ​ການ​ເຈລະຈາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເຄື່​ອນ​ໄຫວ​ຂຸດ​ຄົ້ນອາຍ​ແກັສບົນ​ທະ​ເລ ຮວາ​ຕຸ​ງ ພ້ອມ​ກັນ​ນັ້ນ ຈະ​ສົມທົບ​ກັນ​ຢ່າງ​ຕັ້ງໜ້າ ​ເພື່ອ​ປະຕິບັດ​ກົນ​ໄກ​ຕິດ​ຕໍ່​ສື່ສານລະຫວ່າງ​ກອງທັບ 2 ປະ​ເທດ ​ເພື່ອ​ແນ​ໃສ່​​ຫລີກລ້ຽງການ​ປະ​ທະ​ກັນບົນ​ທະ​ເລ ຮວາ​ຕຸ​ງ     


ຂ່າວ/ບົດ​ອື່ນ