ຈີນແລະສ.ເກົາຫຼີເພີ່ມທະວີການພົວພັນດ້ານການທະຫານ

ຈີນແລະສ.ເກົາຫຼີເພີ່ມທະວີການພົວພັນດ້ານການທະຫານ - ảnh 1
(ພາບປະກອບ: vietbao)

(vovworld) – ວັນ​ທີ 04/11, ຢູ່​ນອກ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງປ້ອງ​ກັນ​ປະ​ເທດ​ບັນດາ​ປະ​ເທດ​ອາ​ຊຽນ​ ​ເປີດ​ກວ້າງ​ (ADMM+) ຢູ່​ນະຄອນຫຼວງ​ກົວ​ລາ​ລຳ​​ເປີ, ປະ​ເທດ​ມາ​ເລ​ເຊຍ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີ​ນ ຈາງ​ວານ​ແຈ໋ງ ​ໄດ້​ມີ​ການ​ເຈລະຈາ​ກັບ​ຄູ່​ຮ່ວມຕຳ​ແໜ່​ງສ.​ເກົາຫຼີ Han Min Koo, ​ໃນ​ນັ້ນ 2 ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ເຮັດ​ໃຫ້ການ​ພົວພັນ​ດ້ານ​ການ​ທະ​ຫານ 2 ປະ​ເທດ​ເລິ​ກ​ເຊິ່ງຂຶ້ນ​​ຕື່ມ. ທີ່​ກອງ​ປະຊຸມ, ທ່ານ ຈາງ​ວານ​ແຈ໋ງ ​ເນັ້ນ​ໜັກ​ວ່າ, ບັນດາ​ກະຊວງ​ປ້ອງ​ກັນ​ປະ​ເທດ ຂອງ 2 ປະ​ເທດ​ຕ້ອງ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ເຊິ່ງບັນດາການ​ນຳ​ບັນລຸ​ໄດ້​ຢ່າງ​ຕັ້ງໜ້າ, ສືບ​ຕໍ່​ສົມທົບ​ກັນ​ເພີ່ມ​ທະວີ​ດ້ານ​ຂໍ້​ມູນຂ່າວ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື​ຕົວ​ຈິງ. ສ່ວນ​ທ່ານລັດຖະມົນຕີ Han Min Koo ​ໃຫ້​ຮູ້​ວ່າ, ສ.​ເກົາຫຼີ ​ຖື​ເປັນ​ສຳຄັນ​ການພັດທະນາ​ສາຍພົວພັນລະຫວ່າງ 2 ປະ​ເທດ, ພ້ອມ​ທັງ​ສະ​ແດງ​ຄວາມ​ຫວັງ​ວ່າ ກະຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ ຈະ​ມີ​ການ​ພົບປະ​ຂັ້ງ​ສູງ​ເປັນ​ປະຈຳ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ທະຫານ 2 ຝ່າຍ.
ຂ່າວ/ບົດ​ອື່ນ