ຈີນແລະອິນເດຍເຫັນດີເປັນເອກະສັນຊຸກຍູ້ການເຈລະຈາກ່ຽວກັບບັນດາບັນຫາຊາຍແດນ

ຈີນແລະອິນເດຍເຫັນດີເປັນເອກະສັນຊຸກຍູ້ການເຈລະຈາກ່ຽວກັບບັນດາບັນຫາຊາຍແດນ - ảnh 1
(ພາບປະກອບ/ AFP)

(vovworld) – ​ ວັນ​ທີ 04/11, ຈີນ ​ແລະ ອິນ​ເດຍ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຊຸກຍູ​້ການ​ເຈລະຈາ​ກ່ຽວ​ກັບ​ບັນດາ​ບັນຫາ​ຊາຍ​ແດນ ​ເພື່ອ​ພ້ອມ​ກັນ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​​ເຂດ​ຊາຍ​ແດນ 2 ປະ​ເທດ. ​ໃນ​ການ​ປະຊຸມ​ບໍ່​ເປັນ​ທາງ​ການ​ລະຫວ່າງ​ບັນດາ​ທູດ​ພິ​ເສດ ຈີນ ​ແລະ ອິນ​ເດຍ ກ່ຽວ​ກັບ​ບັນດາ​ບັນຫາ​ຊາຍ​ແດນ ​ເຊິ່ງດຳ​ເນີນ​ຢູ່​ນະຄອນ Hyderabad ທາງ​ທິດ​ໃຕ້ ອິນ​ເດຍ, ທ່ານ ຢາງ​ເຈຍ​ຈີ ກຳມະການ​ລັດຖະມົນຕີ ຈີນ ຢືນຢັນ​ວ່າ: ບັກ​ກີ​ງ ພ້ອມ​ແລ້ວ​ທີ່​ຈະ​ຮັກສາ​ການ​ຕິດ​ຕໍ່ພົວພັນ ​ແລະ ​ເຈລະຈາ​ຢູ່​ທຸກ​ຂັ້ນ, ຊຸກຍູ​້ການ​ຮ່ວມ​ມື​ແທ້​ຈິງ ​ເພື່ອ​ຜົນ​ປະ​ໂຫຍ​ດລວມ ​ແລະ ​ແກ້​ໄຂ​ຕາມ​ວິທີ​ເໝາະ​ສົມຕໍ່​ບັນດາບັນ​ຫາສະດຸ້ງ​ໄວ​ກັບ ອິນ​ເດຍ. ສ່ວນ​ທ່ານ Ajit Doval ທີ່​ປຶກສາ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​​ແຫ່ງ​ຊາດ ອິນ​ເດຍ ຊີ້​ແຈ້ງວ່າ: ອິນ​ເດຍ ພ້ອມ​ແລ້ວ​ທີ່​ຈະ​ຮັກສາ​ບັນດາ​ການ​ຢ້ຽມຢາມ​ຂັ້ນ​ສູງ ​ແລະ ​ແລກປ່ຽນ​ຂໍ້​ມູນ​ຍຸດ​ທະ​ສາດ​ກັບ ຈີນ ​​ເພື່ອເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ການ​ຄ້າ ​ແລະ ວັດທະນະທຳ ກໍ່​ຄື​ການ​ຮ່ວມ​ມື.

 

ຂ່າວ/ບົດ​ອື່ນ