ຈີນແລະໄຕ້ຫວັນເຫັນດີສ້າງຕັ້ງຫ້ອງການຜູ້ຕາງໜ້າ

ຈີນແລະໄຕ້ຫວັນເຫັນດີສ້າງຕັ້ງຫ້ອງການຜູ້ຕາງໜ້າ - ảnh 1
ທ່ານ​ປະທານ​ປະ​ເທດຈີ​ນ ສີ​ຈີ້ນຜິ​ງ ​ແລະ
ຜູ້ນຳ​ໜ້າ​ອຳນາດ​ການ​ປົກຄອງ​ໄຕ​້ຫວັນ (ຈີນ) ມາ​ອິງ​ຈຽວ
(ພາບ: Channelnewsia)


(vovworld) – ວັນ​ທີ 07/11, ທ່ານ​ປະທານ​ປະ​ເທດຈີ​ນ ສີ​ຈີ້ນຜິ​ງ ​ແລະ ຜູ້ນຳ​ໜ້າ​ອຳນາດ​ການ​ປົກຄອງ​ໄຕ​້ຫວັນ (ຈີນ) ມາ​ອິງ​ຈຽວ ​ໄດ​້ມີ​ການ​ພົບ​ປະ​ຄັ້ງ​ປະຫວັດສາດ ຢູ່​ໂຮງ​ແຮມ Shangri-La ຢູ່​ສິງກະ​ໂປ. ນີ້​ແມ່ນການ​ພົບ​ປະ​ຄັ້ງ​ທຳ​ອິດ​ລະຫວ່າງ​ການ​ນຳ 2 ຝ່າຍ ​ນັບ​ແຕ່​ປີ 1949. ບັນຫາ​ສັນຕິພາບ​ລະຫວ່າງ 2 ​​ຝັ່ງຊ່ອງ​ທະ​ເລ​ໄຕ​້ຫວັນ ​ແມ່ນ​ເນື້ອ​ໃນ​ຕົ້ນຕໍ່​ໃນ​ການ​ພົບ​ປະ​ເປັນ​ເວລາ 1 ຊົ່ວ​ໂມງ. ກ່າວ​ຄຳ​​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ປະທານ​ປະ​ເທດ ສີ​ຈີ້​ນຜິ​ງ ຢືນຢັນ​ວ່າ ບໍ່​ມີ​ກຳລັງ​ໃດ​ສາມາດ​ແບ່ງ​​ແຍກ 2 ຝັ່ງຊ່ອງ​ທ​ະ​ເລ​ໄຕ້​ຫວັນ ​ໄດ້, ພ້ອມ​ທັງ​ຮຽກຮ້ອງ​ໃຫ້ 2 ຝັ່ງຊ່ອງ​ທະ​ເລ​ຕ້ອງ​ກຳນົດ​ທິດ​ໃຫ້​ວິວັດ​ການ​ພັດທະນາການ​ພົວພັນ​ໃນ​ອະນາ​ຄົດ. ສ່ວນ​ທ່ານ ມາ​ອິງ​ຈຽວ ຮຽກ​ຮ້ອງ​ໃຫ້ 2 ຝ່າຍ​ເປີດ​ກ້ວາງ​ການ​ເຈລະຈາ ​ແລະ ຮ່ວມ​ມື​ເພື່ອ​ຜົນ​ປະ​ໂຫຍ​ດຂອງປະຊາຊົນ 2 ປະ​ເທດ. ພາຍ​ຫຼັງການ​ພົບ​ປະ, 2 ຝ່າຍ​ໄດ້​ຈັດການ​ປະຊຸມ​ຂ່າວ​ຕ່າງຫາກ.

ຂ່າວ/ບົດ​ອື່ນ