ຈີນໄດ້ຍົກຍ້າຍ ແລະ ຕັ້ງຮ້ານເຈາະນຳ້ມັນ ໄຮຢາງ 981 ຢູ່ບ່ອນອື່ນ

ຈີນໄດ້ຍົກຍ້າຍ ແລະ ຕັ້ງຮ້ານເຈາະນຳ້ມັນ ໄຮຢາງ 981 ຢູ່ບ່ອນອື່ນ - ảnh 1
ຮ້ານ​ເຈາະ​ນຳ້ມັນ​ໄຮ​ຢາງ 981
(ພາບປະກອບ)

(vovworld) – ທີ່​ການ​ປະຊຸມ​ຂ່າວ​ຕອນ​ບ່າຍ​ວັນ​ທີ 27/5, ທ່ານ ຮ່າ​ເລ, ຮອງ​ຫົວໜ້າ​ກົມ​ກວດກາ​ການ​ປະມົງ​ຫວຽດນາມ​ໃຫ້​ຮູ້​ວ່າ: ​ເວລາ 5 ​ໂມງ 30 ນາທີ, ວັນ​ທີ 27/5, ຮ້ານ​ເຈາະ​ນຳ້ມັນ​ໄຮ​ຢາງ 981 ທີ່​ພວມ​ຕັ້ງ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽ​ດນາມນັ້ນ ​ໄດ້​ຍົກ​ຍ້າຍ​ໄປ​ຍັງທາງ​ທິດຕາ​ເວັນ​ອອກ - ​ຕາ​ເວັນ​ອອກສ່ຽງ​ເໜືອ​ແຕ່ 3 – 4 ​ໄມ​ທະ​ເລ. ຮອດ​ເວລາ 10 ​ໂມງ​ຂອງ​ວັນ​ດຽວ​ກັນ, ຮ້ານ​ເຈາະ​ນຳ້ມັນ​ນີ້​ກໍ່​ຖືກ​ຍົກຍ້າຍ​ໄປ​ຫ່າງ​ຈາກ​ເກາະ ຈີ​ໂຕນ, ທີ່​ຂຶ້ນ​ກັບ​ໝູ່​ເກາະ​ຮ່ວາງ​ຊາ ​ໄປທາງ​ທິດຕາ​ເວັນ​ອອກ - ຕາ​ເວັນ​ອອກ​ສ່ຽງ​​ໃຕ້ 25 ​ໄມ​ທະ​ເລ, ຮ່າງ​ຈາກ​ທີ່​ຕັ້ງ​ເກົ່າ ຕາມ​ທິດຕາ​ເວັນ​ອອກ - ຕາ​ເວັນ​ອອກ​ສ່ຽງ​ເໜືອ 23 ​ໄມ​ທະ​ເລ, ຫ່າງ​ຈາກ​ເກາະ​ຫຼີ​ເຊີນ 150 ​ໄມ​ທະ​ເລ.

        ຝ່າຍ​ຫວຽດນາມ​ຍັງ​ຄົງ​ຮັກສາ​ກຳລັງ ​ແລະ ​ເຄື່ອນ​ໄຫວ​ຕໍ່ສູ້​ຫ່າງ​ຈາກ​ຮ້ານ​ເຈາະ​ນຳ້ມັນ​ໄຮ​ຢາງ 981 ​ແຕ່ 5 – 6 ​ໄມ​ທະ​ເລ. ຕາມ​ການ​ສັງ​ເກດ​ຂອງ​ກຳລັງ​ກວດກາ​ການ​ປະມົງ​ແລ້ວ, ຢູ່​ເຂດ​ອ້ອມ ຮ້ານ​ເຈາະ​ນຳ້ມັນ​ໄຮ​ຢາງ 981ມີ​ການ​ເຄື່ອນ​ໄຫວ​ຂອງ​ເຮືອ​ບີນຈີນ 2 ລຳ, ຝ່າຍ​ຈີນ​ໄດ້​ເພີ່ມ​ທະວີ​ກຳລັງ​ທະຫານ, ກຳ່​ປັນ​ຕິດ​ຕາມ​ກວດກາ​ທະ​ເລ, ລາດຕະ​ເວນ ດ້ວຍ​ການ​ນຳ​ໃຊ້​ບັນດາ​ກຳ່​ປັ່ນ​ໃຫຍ່​ກວ່າ, ມີ​ກຳລັງ​ແຮງ​ສູງ​ກວ່າ. ກຳ່​ປັ່ນ​ຂອງ​ຈີນ​ໄດ້​ເປັນ​ເຈົ້າ​ການ​ບຸກ​ໂຈມ​ຕີ, ນາບ​ຄູ່​ບັນດາ​ກຳ່​ປັ່ນ​ຫວຽດນາມ​ດ້ວຍ​ການ​ຕຳ່​ໃສ່, ​ໃຊ້​ທໍ່ສິດນ້ຳ​ຂະໜາດ​ໃຫຍ່.

        ທ່ານ ຮ່າ​ເລ ຍັງ​ໃຫ້​ຮູ້​ວ່າ, ​​ເວລາ 16 ​ໂມງ ວັນ​ທີ 26/5, ພາຍຫຼັງກຳ່​ປັ່ນ​ດ້ວຍເຫຼັກຂອງ​ຈີນ​ທີ່​ມີ​ໝາຍ​ເລກ 11209 ​ຕຳ່​ໃສ່​ກຳ່​ປັ່ນ​ຫາ​ປາ​ດ້ວຍ​ໄມ້​ຂອງ​ຫວຽດນາມ​ທີ່​ມີ​ໝາຍ​ເລກ Dna-90152 ​ເຊິ່ງ​ພວມ​ເຄື່ອນ​ໄຫວ​ຢູ່​ເຂດ​ຫາ​ປາ​ຂຶ້ນ​ກັບ​ໝູ່​ເກາະ​ຮ່ວາງ​ຊາ​ຂອງ​ຫວຽດນາມນັ້ນ, ບັນດາ​ກຳ່​ປັ່ນ​ຂອງ​ຈີນ​ສືບ​ຕໍ່​ມີ​ການ​ກະທຳ​ກີດຂວາງ: ສະກັດ​ກັ້ນ​ບໍ່​ໃຫ້ກຳ່​ປັ່ນ​ກວດກາ​ການ​ປະມົງ, ຕຳຫຼວດ​ທະ​ເລ​ຫວຽດນາມ​ປະຕິບັດ​ການ​ກູ້​ເອົາ​ກຳ່​ປັ່ນ​ຫາ​ປາ​ທີ່​ຖືກຈົ​ມ​ໃຕ້​ນຳ້ ຍ້ອນ​ຖືກ​ກຳ່​ປັ່ນ​ຂອງ​ຈີນ​ຕຳ່​​ໃສ່.​


ຂ່າວ/ບົດ​ອື່ນ