ຈະຈັດການຕ້ອນຮັບແຂກກໍ່ຕໍ່ເມື່ອຮັບປະກັນບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ເທົ່ານັ້ນ

(VOVWORLD) -ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສະເໜີໃຫ້ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ສົມທົບກັນຊີ້ນຳບັນດາອົງການ, ຄະນະ, ຂະແໜງການຢູ່ທ້ອງຖິ່ນຜັນຂະຫຍາຍບາງເນື້ອໃນ ເພື່ອແນໃສ່ປະຕິບັດມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19
ຈະຈັດການຕ້ອນຮັບແຂກກໍ່ຕໍ່ເມື່ອຮັບປະກັນບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ເທົ່ານັ້ນ - ảnh 1(ພາບປະກອບ: TTXVN)

ຈະຈັດການຕ້ອນຮັບແຂກກໍ່ຕໍ່ເມື່ອຮັບປະກັນບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນໃນເອກະສານ ໂດຍທ່ານນາງຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຈິ້ງທິຖຸຍ ໄດ້ລົງລາຍເຊັນ, ສົ່ງໃຫ້ຄະນະກຳມະການບັນດາແຂວງ, ນະຄອນຂຶ້ນກັບສູນກາງ, ສະເໜີເພີ່ມທະວີບັນດາມາດຕະການທີ່ປອດໄພໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ປະຕິບັດວີຖີການດຳລົງຊີວິດສີວິໄລໃນຂົງເຂດວັດທະນະທຳ, ກິລາ ແລະ ທ່ອງທ່ຽວ. ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສະເໜີໃຫ້ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ສົມທົບກັນຊີ້ນຳບັນດາອົງການ, ຄະນະ, ຂະແໜງການຢູ່ທ້ອງຖິ່ນຜັນຂະຫຍາຍບາງເນື້ອໃນ ເພື່ອແນໃສ່ປະຕິບັດມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນຂົງເຂດວັດນະທຳ, ກິລາ ແລະ ທ່ອງທ່ຽວຢ່າງມີປະສິດທິຜົນ. ລະອຽດແມ່ນ, ບັນດາທ້ອງຖິ່ນຄວນສືບຕໍ່ປະຕິບັດການຊີ້ນຳຂອງນາຍົກລັດຖະມົນຕີກ່ຽວກັບບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢ່າງເຂັ້ມງວດ, ຜັນຂະຫຍາຍຂັ້ນຕອນປ້ອງກັນ, ສະກັດກັ້ນໂລກລະບາດໃນການເຄື່ອນໄຫວວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຕາມການແນະນຳຂອງກະຊວງສາທາລະນະສຸກ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ