ຈະມີ 5 ແຂວງ, ນະຄອນໄດ້ທົດລອງຕ້ອນຮັບນັກທ່ອງທ່ຽວສາກົນ

(VOVWORLD) -ໄລຍະທີ 1 (ນັບແຕ່ເດືອນ ພະຈິກ 2021), ຫວຽດນາມ ຈະທົດລອງຕ້ອນຮັບນັກທ່ອງທ່ຽວຕາມບັນດາລາຍການທ່ອງທ່ຽວຄົບວົງຈອນຢູ່ນະຄອນ ຟູກວກ (ແຂວງ ກຽນຢາງ), ແຄງຮ່ວາ, ກວາງນາມ, ດ່ານັ້ງ, ກວາງນິງ.

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິນ ຫາກໍ່ເຫັນດີຕໍ່ແຜນນະໂຍບາຍກ່ຽວກັບຂັ້ນຕອນການທົດລອງຕ້ອນຮັບນັກທ່ອງທ່ຽວສາກົນມາ ຫວຽດນາມ ຕາມຂໍ້ສະເໜີຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ກ່ຽວກັບເລື່ອງແນະນຳຊົ່ວຄາວການທົດລອງຕ້ອນຮັບນັກທ່ອງທ່ຽວສາກົນມາ ຫວຽດນາມ.

        ຕາມຂໍ້ສະເໜີຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລ້ວ, ຂັ້ນຕອນການທົດລອງຕ້ອນຮັບນັກທ່ອງທ່ຽວສາກົນຈະໄດ້ຮັບການຜັນຂະຫຍາຍຕາມ 3 ໄລຍະ: ໄລຍະທີ 1 (ນັບແຕ່ເດືອນ ພະຈິກ 2021), ຫວຽດນາມ ຈະທົດລອງຕ້ອນຮັບນັກທ່ອງທ່ຽວຕາມບັນດາລາຍການທ່ອງທ່ຽວຄົບວົງຈອນຢູ່ນະຄອນ ຟູກວກ (ແຂວງ ກຽນຢາງ), ແຄງຮ່ວາ, ກວາງນາມ, ດ່ານັ້ງ, ກວາງນິງ.

        ໄລຍະທີ 2 (ນັບແຕ່ເດືອນ ມັງກອນ 2022), ເປີດກວ້າງຂອບເຂດຕ້ອນຮັບນັກທ່ອງທ່ຽວສາກົນ. ນັກທ່ອງທ່ຽວອາດຈະທີ່ເຂົ້າຮ່ວມລາຍການທ່ອງທ່ຽວສົມທົບຢູ່ຫຼາຍຈຸດ ພາຍຫຼັງສຳເລັດລາຍການທ່ອງທ່ຽວຢູ່ສະຖານທີ່ທຳອິດໃນເວລາ 7 ວັນ ແລະ ສາມາດເພີ່ມສະຖານທີ່ທ່ອງທ່ຽວຢູ່ທ້ອງຖິ່ນອື່ນ (ຖ້າຫາກຕອບສະໜອງໄດ້ຕາມເງື່ອນໄຂ ແລະ ມີຂໍ້ສະເໜີຕ້ອນຮັບນັກທ່ອງທ່ຽວສາກົນ).

        ໄລຍະທີ 3, ຫວຽດນາມ ຈະເປີດປະຕູຕ້ອນຮັບນັກທ່ອງທ່ຽວສາກົນເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ