ຈະມີການສະແດງຍິງບັ້ງໄຟດອກສຸດຍອດໃນຄ່ຳຄືນໄຂ DIFF 2024

(VOVWORLD) - ວັນທີ 27 ພຶດສະພາ, ຄະນະຈັດຕັ້ງ DIFF 2024 ໃຫ້ຮູ້ວ່າ, ການແຂ່ງຂັນລະຫວ່າງທິມ ArtEventia ມາຈາກ ຝລັ່ງ ແລະ ປະເທດເຈົ້າພາບ ດ່ານັ້ງ ໃນຕອນຄ່ຳໄຂງານບຸນໝັ້ນໝາຍວ່າຈະແມ່ນການສະແດງເປັນໜ້າຈັບໃຈ.
ຈະມີການສະແດງຍິງບັ້ງໄຟດອກສຸດຍອດໃນຄ່ຳຄືນໄຂ DIFF 2024 - ảnh 1ສະແດງຍິງບັ້ງໄຟດອກຂອງທິມ ດ່ານັ້ງ
(ພາບປະກອບ)

ຄ່ຳຄືນໄຂງານບຸນຍິງບັ້ງໄຟດອກສາກົນ ດ່ານັ້ງ (DIFF 2024) ທີ່ຈະຈັດຂຶ້ນໃນຕອນຄ່ຳວັນທີ 08 ມິຖຸນາ, ຈະເປີດສາກດ້ວຍການສະແດງສິລະປະຍິງບັ້ງໄຟດອກບົນໜ້ານ້ຳ ເຊິ່ງເປັນຄັ້ງທຳອິດທີ່ສະແດງຢູ່ນະຄອນ ດ່ານັ້ງ. ການສະແດງທີ່ໜ້າລໍຄອຍນີ້ແມ່ນການສະແດງສິລະປະກິລາ Jetski & Flyboards ໂດຍບັນດານັກກິລາ Jetski ແລະ Flyboards ນອນໃນ top ໜຶ່ງຂອງໂລກສະແດງ.

        ວັນທີ 27 ພຶດສະພາ, ຄະນະຈັດຕັ້ງ DIFF 2024 ໃຫ້ຮູ້ວ່າ, ການແຂ່ງຂັນລະຫວ່າງທິມ ArtEventia ມາຈາກ ຝລັ່ງ ແລະ ປະເທດເຈົ້າພາບ ດ່ານັ້ງ ໃນຕອນຄ່ຳໄຂງານບຸນໝັ້ນໝາຍວ່າ ແມ່ນການສະແດງເປັນໜ້າຈັບໃຈ. DIFF 2024 ຈະຈັດຂຶ້ນແຕ່ວັນທີ 08 ມິຖຸນາ ຫາວັນທີ 13 ກໍລະກົດ. 8 ທິມເຂົ້າຮ່ວມຈະແຂ່ງຂັນໃນທຸກໆວັນເສົາຂອງແຕ່ລະອາອິດ. ການແຂ່ງຂັນຮອບຊິງຊະນະເລີດຈະຈັດຂຶ້ນໃນວັນທີ 13 ກໍລະກົດ, ຄັດເລືອກເອົາທິມທີ່ໄດ້ຮັບໄຊຊະນະຢູ່ DIFF 2024.

ຕອບກັບ

ຂ່າວ/ບົດ​ອື່ນ