ຈະອອກວີຊາເອເລັກໂຕນິກທົດລອງໃຫ້ແຂກທ່ອງທ່ຽວສາກົນໃນເວລາ2ປີ

ຈະອອກວີຊາເອເລັກໂຕນິກທົດລອງໃຫ້ແຂກທ່ອງທ່ຽວສາກົນໃນເວລາ2ປີ - ảnh 1
(ພາບປະກອບ)

(vovworld) – ​    ​ເລີ່​ມ​ແຕ່​ວັນ​ທີ 01/01/2017, ຫວຽດນາມ ຈະ​ປະຕິບັດ​ການ​ອອກວີ​ຊາ​ເອ​ເລັກ​ໂຕ​ນິກທົດ​ລອງ (e - visa) ​ໃຫ້​ແຂກ​ທ່ອງ​ທ່ຽວ​ສາກົນ​ມາ ຫວຽດນາມ. ການ​ທົດ​ລອງ​ດັ່ງກ່າວ ຈະ​ປະຕິບັດ​​ໃນ​​ໄລຍະ 2 ປີ ນັບ​ແຕ່​ປີ 2017 – 2018. ຂໍ້​ມູນ​ຂ່າວ​ດັ່ງກ່າວ ​ໂດຍ​ກົມ​ໃຫຍ່​ທ່ອງ​ທ່ຽວ (ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ) ຍົກອອກ​ມາ ທີ່ການ​ປະຊຸມ​ຂ່າວ​​ເຊິ່ງດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 04/11 ຢູ່ ຮ່າ​ໂນ້ຍ. ຕາມ​ນັ້ນ​ແລ້ວ, ລະບຽບ​ການ​ທັງ​ໝົດ,ນັນ​ແຕ່​ການມອບ​ສຳ​ເນົາ, ການພິຈາລະນາ​ແກ້​ໄຂ ​ແລະ ປະກາດ​ຜົນ​​ແຫ່ງ​ການ​ອອກ​ວີ​ຊາ​ໃຫ້​ແຂກ​ທ່ອງ​ທ່ຽວ​ສາກົນ​ ລ້ວນ​ແຕ່​ໄດ້​ຮັບ​ການປະຕິບັດ​ດ້ວຍອຸປະກອນເອ​ເລັກ​ໂຕ​ນິກ. ​ເລື່ອງ​ຈ່າຍຄ່າ​ທຳນຽມອອກ​ວີ​ຊາ​ແມ່ນ​ຖືກ​ສົ່ງ​ຜ່ານ​ບັນຊີ​ທະນາຄານ ​ເພື່ອຮັບປະກັນລັກສະນະ​ເປີດ​ເຜີຍ, ​ໂປ່​ງ​ໃສ​ດ້ານ​ການ​ເງິນ, ສ້າງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ໃນ​ການ​ຕິດຕາມ, ຈຳກັດ​ຄ່າ​ໃຊ້ຈາ​ຍຜ່ານ​ຄົນ​ກາງ. ​ເວລາ​ພິຈາລະນາ​ອອກ​ວີ​ຊາ​ແມ່ນ 3 ວັນ, ​ເວລາກຳນົດ​ຂອງ​ວີ​ຊາ​ແມ່ນ 30 ວັນ.

ຂ່າວ/ບົດ​ອື່ນ