ຈາງອານຮັບໃບຢັ້ງຢືນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ຈາງອານຮັບໃບຢັ້ງຢືນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ - ảnh 1
ພິ​ທີຮັບ​ໃບ​ຢັ້ງ​ຢືນ​ກຸ່ມ​ທັດ​ສະ​ນີ​ຍະ​ພາບ​ຈາ​ງ​ອານ​ແມ່ນມໍ​ລະ​ດົກ​ວັດ​ທະ​ນະ​ທຳ ແລະ ທຳ​ມະ​ຊາດ​ໂລກ​ຂອງ UNESCO
(vovworld)- ກຸ່ມ​ທັດ​ສະ​ນີ​ຍະ​ພາບ​ຈາ​ງ​ອານ​ຮັບ​ໃບ​ຢັ້ງ​ຢືນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ແລະ ທຳ​ມະ​ຊາດ​ໂລກ​ຂອງ UNESCO . ທີ່​ພິ​ທີດັ່ງ​ກ່າວ​ຊຶ່ງ​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 23/1 ຢູ່​ແຂວງ​ນິງ​ບີງ, ໂດຍ​ຕາງ​ໜ້າ​ລ​ັດ​ຖະ​ບານ, ​ທ່ານ​ຮອງ​ນາ​ຍົ​ກລັດ​ຖະ​ມົນ​ຕີ​ຫວຽດ​ນາມ ວູ້​ດຶກ​ດາມ​ເນັ້ນ​ໜັກ​ວ່າ ດ້ວຍ​ເລື່ອງ UNESCO ຮັບ​ຮອງແມ່ນ ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ແລະ ທຳ​ມະ​ຊາດ​ໂລກ​, ກຸ່ມ​ທັດ​ສະ​ນີ​ຍະ​ພາບ​ຈ່າງ​ອ່ານ ນັບ​ແຕ່ນີ້​ເປັນ​ຕົ້ນ​ໄປ​ໄດ້​ກາຍ​ເປັນ​ຊັບ​ສົ​ມ​ບັດ​ຂອງມວນ​ມະ​ນຸດ. ທ່ານ​ຮອງ​ນາ​ຍົ​ກລັດ​ຖະ​ມົນ​ຕີ​ຫວຽດ​ນາມ ວູ້​ດຶກ​ດາມ​ສະ​ເໜີວ່າ : 

    “ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ຕ່າງໆ, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ແລະ ປະ​ຊາ​ຊົນ​ທຸກໆ​ຄົນ​ຈົ່ງ​ສືບ​ຕໍ່​ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງເພື່ອ​ພ້ອມ​ກັນ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາ​ຍ​ຄຸນ​ຄ່າ​ທີ່​ພົ້ນ​ເດັ່ນ​ທົ່ວ​ໂລກຂອງ​ມໍ​ລະ​ດົກ​ນີ້. ນີ້​ແມ່ນ​ການ​ກະ​ທຳ​ເພື່ອ​ໃຫ້​ຈາງ​ອານ​ໃນ​ແຂວງ​ນິງ​ບີງ​ກາຍ​ເປັນ​ເຂດ​ດິນ​ທີ່​ສະ​ຫງົບ​ສຸກ, ແມ່ນ​ຈຸດ​ນັດ​ພົບ​ທີ່​ດີ​ຂອງ​ໝົດ​ທຸກ​ຄົນ”.

 

 

 

ຂ່າວ/ບົດ​ອື່ນ