ຈໍານວນ​ຜູ້​​ເສຍ​ຊີວິດ​ຍ້ອນ​ເຊື້ອ​ໂຄ​ວິດ - 19 ທັງໝົດ​ໃນ​ທົ່ວ​ໂລກ​ໄດ້​​ລື່ນ​ກາຍ​ຕົວ​ເລກ 700.000 ຄົນ

(VOVWORLD) -ໄລ່ຮອດເວລາ 1 ໂມງ 00 ນາທີຂອງຕອນເຊົ້າວັນທີ 05 ສິງຫາ ຕາມເວລາ UTC,ໃນໂລກມີຜູ້ເສຍຊີວິດ 703.333 ຄົນ.

ຕາມຕົວເລກສະຖິຕິຂອງເວັບໄຊ worldometers.info, ໄລ່ຮອດເວລາ 1 ໂມງ 00 ນາທີຂອງຕອນເຊົ້າວັນທີ 05 ສິງຫາ ຕາມເວລາ UTC, ຈໍານວນຜູ້ຕິດເຊື້ອໂຄວິດ - 19 ທັງໝົດໃນທົ່ວໂລກແມ່ນ 18.690.450 ຄົນ, ໃນນັ້ນ ມີຜູ້ເສຍຊີວິດ 703.333 ຄົນ. ມາຮອດປັດຈຸບັນ, ໂລກລະບາດໂຄວິດ - 19 ໄດ້ແຜ່ລາມອອກສູ່ 213 ປະເທດ ແລະ ເຂດແຄວ້ນໃນໂລກ.

   ຢູ່ອາຊີ, ອິນເດຍແມ່ນປະເທດຖືກຜົນສະທ້ອນຢ່າງໜັກທີ່ສຸດ, ດ້ວຍຈໍານວນຜູ້ຕິດເຊື້ອ ແມ່ນ 1.906.613 ຄົນ ແລະ ຜູ້ເສຍຊີວິດແມ່ນ 39.820 ຄົນ. ຖັດມາແມ່ນ ອີຣານ.

        ປັດຈຸບັນ, ທະວີບ ອາເມລິກາ ພວມແມ່ນຈຸດໃຈກາງຂອງໂລກລະບາດໂຄວິດ - 19 ດ້ວຍຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນຢ່າງແຮງ ພິເສດແມ່ນໃນຊຸມວັນມໍ່ໆມານີ້ຢູ່ ອາເມລິກາ, ບຣາຊີນ, ເມັກຊີໂກ... ປັດຈຸບັນ, ອາເມລິກາ ລາຕິນ ແລະ ກາຣີເບ ແມ່ນພາກພື້ນທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ດ້ວຍຈໍານວນຜູ້ຕິດເຊື້ອປະມານ 5 ລ້ານຄົນ ແລະ ຜູ້ເສຍຊີວິດກວ່າ 203.000 ຄົນ.

        ຢູ່ເອີຣົບ, ລັດເຊຍ ພວມແມ່ນປະເທດຢັ້ງຢືນມີຈໍານວນຜູ້ຕິດເຊື້ອຫຼາຍທີ່ສຸດໃນພາກພື້ນ. ສ່ວນ ອາຟະລິກາໃຕ້ ແມ່ນປະເທດ ຖືກຜົນສະທ້ອນຫຼາຍທີ່ສຸດໃນທະວີບ ອາຟະລິກາ.


ຕອບກັບ

ຂ່າວ/ບົດ​ອື່ນ