ຈາລຶກ​ບຸນຄຸນ​ຄອບຄົວ​​ເປົ້າໝາຍ​ນະ​ໂຍບາຍ ​ແລະ ຜູ້​ມີ​ຄຸນ​ງາມ​ຄວາມ​ດີ

(VOVWORLD) -      ເນື່ອງໃນໂອກາດລະນຶກເຖິງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 73 ປີ (27/07/1947 – 27/07/2020), ຫຼາຍທ້ອງຖິານໃນທົ່ວປະເທດໄດ້ຈັດຕັ້ງການເຄື່ອນໄຫວຕ່າງໆ ເພື່ອຈາລຶກບຸນຄຸນບັນດາຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.
ຈາລຶກ​ບຸນຄຸນ​ຄອບຄົວ​​ເປົ້າໝາຍ​ນະ​ໂຍບາຍ ​ແລະ ຜູ້​ມີ​ຄຸນ​ງາມ​ຄວາມ​ດີ - ảnh 1ບັນດາຜູ້ແທນໄປວາງພວງມາລາ, ຈູດທູບໃຕ້ທຽນບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ (ພາບ: TTXV)

   ຕອນເຊົ້າວັນທີ 27 ກໍລະກົດ, ຄະນະຜູ້ແທນຄະນະພັກນະຄອນຮ່າໂນ້ຍ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໂດຍທ່ານປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ຫງວຽນແທັ່ງລອງ ນໍາໜ້າ, ໄດ້ໄປວາງພວງມາລາ, ຈູດທູບໃຕ້ທຽນບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ໂດຍຄົງເຕັນ ແລະສຸສານ ນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ລາກແກ໋ງ ນະຄອນໂຮ່ຈີມິນ.

        ກໍໃນຕອນເຊົ້າວັນທີ 27 ກໍລະກົດ, ແຂວງເຮົ້າຢາງກໍໄດ້ຈັດຕັ້ງພິທີ ຍ້ອງຍໍ, ຊົມເຊີຍລະດັບລັດ, ພົບປະກັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.

        ເນື່ອງໃນໂອກາດນີ້, ຄະນະກໍາມະການປະຊາຊົນແຂວງ ຮຶງອຽນ ໄດ້ຕົກລົງ ຈ່າຍ 26,3 ຕື້ ດົ່ງ ເພື່ອຢ້ື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີ ແລະ ສູນເບິ່ງແຍງດູແລທະຫານເສຍອົງຄະ, ທະຫານເຈັບປ່ວຍ ບາງແຫ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ