ຈຳ​ກັດ​ຖ້ຽວ​ບິນ​ພາຍ​ໃນ​ປະ​ເທດໂດຍ​ສານ​ແຂກໄປ​ຍັງ​ບັນ​ດາ​ ແຂວງ ທີ່​ພວ​ມ​ປະ​ຕິ​ບັດ​ການ​ແຍກ​ຫ່າງ​ໃນ​ສັງ​ຄົມ

(VOVWORLD) -ກົມການບິນ ຫວຽດນາມ ກໍ່ມີເອກະສານຮຽກຮ້ອງໃຫ້ບັນດາບໍລິສັດການບິນ, ທ່າອາກາດສະຍານສ້າງເງື່ອນໄຂໂດຍສານປະຊາຊົນແຕ່ນະຄອນໂຮ່ຈີມິນ ແລະ ບັນດາແຂວງທາງພາກໃຕ້ກັບເມືອທ້ອງຖິ່ນ.
ຈຳ​ກັດ​ຖ້ຽວ​ບິນ​ພາຍ​ໃນ​ປະ​ເທດໂດຍ​ສານ​ແຂກໄປ​ຍັງ​ບັນ​ດາ​ ແຂວງ ທີ່​ພວ​ມ​ປະ​ຕິ​ບັດ​ການ​ແຍກ​ຫ່າງ​ໃນ​ສັງ​ຄົມ - ảnh 1ຈຳກັດຖ້ຽວບິນພາຍໃນປະເທດໂດນສານແຂກໄປຍັງບັນດາ ແຂວງ ທີ່ພວມປະຕິບັດການແຍກຫ່າງໃນສັງຄົມ

ກົມການບິນ ຫວຽດນາມ ຫາກໍ່ມີເອກະສານກ່ຽວກັບການຈຳກັດບັນດາຖ້ຽວບິນພາຍໃນປະເທດໂດຍສານແຂກໄປ, ມາຜ່ານບັນດາທ່າອາກາດສະຍານທີ່ຂຶ້ນກັບບັນດາແຂວງ, ນະຄອນທາງພາກໃຕ້ ທີ່ປະຕິບັດການແຍກຫ່າງໃນສັງຄົມ. ໂດຍເລີ່ມແຕ່ 00ໂມງ00ນາທີ ໃນວັນທີ 19 ກໍລະກົດ 2021 ຮອດວັນທີ 1 ສິງຫາ 2021 (ໃນໄລຍະ 14 ວັນ). ເຖິງຢ່າງໃດກໍຕາມ, ບັນດາຖ້ຽວບິນຂົນສົ່ງສິນຄ້າແມ່ນຍັງສືບຕໍ່ຮັກສາເປັນປົກກະຕິ.

ກົມການບິນ ຫວຽດນາມ ກໍ່ມີເອກະສານຮຽກຮ້ອງໃຫ້ບັນດາບໍລິສັດການບິນ, ທ່າອາກາດສະຍານສ້າງເງື່ອນໄຂໂດຍສານປະຊາຊົນແຕ່ນະຄອນໂຮ່ຈີມິນ ແລະ ບັນດາແຂວງທາງພາກໃຕ້ກັບເມືອທ້ອງຖິ່ນ. ແບບວິທີການຈັດຖ້ຽວບິນຕ້ອງໄດ້ຮັບການເຫັນດີຂອງບັນດາທ້ອງຖິ່ນທີ່ຈະຮອງຮັບ ລວມມີຈຳນວນ, ວິວັດການເດີນທາງ ຈາກທ່າອາກາດສະຍານ ໄປຍັງສະຖານທີ່ຮອງຮັບ, ແບບວິທີການຕິດຕາມກວດກາຕາມວິວັດການເດີນທາງ...ຜູ້ໂດຍສານໝົດທຸກຄົນຕ້ອງຮັບປະກັນວ່າ ມີໃບຢັ້ງຢຶນຜົນກວດວິໄຈຫາເຊື້ອໄວຣັດ SARS-Cov-2 ເປັນລົບ ຕາມວິທີກວດວິໄຈ RT-PCR ພາຍໃນໄລຍະເວລາ 3 ວັນ ຫຼື ວິໄຈໄວມີຜົນເປັນລົບກັບເຊື້ອໄວຣັດSARS-Cov-2.

ຕອບກັບ

ຂ່າວ/ບົດ​ອື່ນ