ຈຳນວນກໍລະນີຕິດເຊື້ອພະຍາດMERSຢູ່ສ.ເກົາຫຼີສືບຕໍ່ເພີ່ມຂຶ້ນ

ຈຳນວນກໍລະນີຕິດເຊື້ອພະຍາດMERSຢູ່ສ.ເກົາຫຼີສືບຕໍ່ເພີ່ມຂຶ້ນ - ảnh 1
(ພາບປະກອບ: AFP/TTXVN)

​(vovworld) - ວັນ​ທີ 24/06, ສ.​ເກົາຫຼີ ຮັບ​ຮູ້ມີ 4 ກໍລະນີ​ຕິດພະຍາດອັບ​ເສບລະ​ບົບ​ຫາຍ​ໃຈ​​ເຂດຕາ​ເວັນ​ອອກ​ກາງ (MERS) ຕື່ມ​ອີກ, ​ແຕ່​ບໍ່ມີ​ກໍລະນີ​ໃດ​ຖືກເສຍຊີວິດຍ້ອນ​​ເຊື້ອພະຍາດ​ດັ່ງກ່າວ. ຕາມ​ກະຊວງ​ສາທາລະນະ​ສຸກສ.​ເກົາ​ຫຼີ ​ແລ້ວ, ບັນດາ​ກໍລະນີ​ຕິດ​ເຊື້ອພະຍາດ​ໃໝ່​ນີ້​ໄດ້​ຍົກ​ຈຳນວນ​ຜູ້​ຖືກ​ຕິດ​ເຊື້ອພະຍາດ MERS ຢູ່​ສ.​ເກົ​າຫຼີ ຂຶ້ນ​ເຖິງ 179 ຄົນ, ​ໃນ​ຂະນະ​ນັ້ນ​ມີ 27 ກໍລະນີຖືກ​ເສຍ​ຊີ​ວິດ​. ຈຳນວນ​ກໍລະນີ​ຖືກ​ແຍກ​ຕົວ​ຍ້ອນ​ສົງ​ໄສ​ຕິດ​ເຊື້ອພະຍາດ MERS ​ໃນ​ວັນ​ທີ 24/06 ​ແມ່ນ​ກວ່າ 3.100 ຄົນ. ​ໃນ​ຈຳນວນ 179 ຄົນ​ຖືກ​ຕິດ​ເຊື້ອພະຍາດນັ້ນ, ມີ 67 ຄົນ​ໄດ້​ຮັບ​ການ​ປິນປົວ​ ແລະ ອອກຈາກ​ໂຮງ​ໝໍ​ແລ້ວ.

ຂ່າວ/ບົດ​ອື່ນ