ຈຳ​ນວນ​ການ​ປະ​ທະ​ກັນ​ປະ​ກອບ​ອະ​ວຸດ​ໄດ້​ເພີ່ມ​ຂຶ້ນ​ລະ​ດັບ​ສູງ​ສຸດ​ນັບ​ແຕ່​ ​ສົງ​ຄາມ​ໂລກ​ຄັ້ງ​ທີ II ສິ້ນ​ສຸດລົງ

(VOVWORLD) - ຕາມສະຖາບັນຄົ້ນຄ້ວາສັນຕິພາບ Oslo (PRIO ຢູ່ ນອກແວ, ຈຳນວນການປະທະກັນປະກອບອາວຸດໃນປີ 2023 ໄດ້ເພີ່ມຂຶ້ນລະດັບສູງສຸດນັບແຕ່ສົງຄາມໂລກຄັ້ງທີ II ສິ້ນສຸດລົງ. 
ຈຳ​ນວນ​ການ​ປະ​ທະ​ກັນ​ປະ​ກອບ​ອະ​ວຸດ​ໄດ້​ເພີ່ມ​ຂຶ້ນ​ລະ​ດັບ​ສູງ​ສຸດ​ນັບ​ແຕ່​ ​ສົງ​ຄາມ​ໂລກ​ຄັ້ງ​ທີ II ສິ້ນ​ສຸດລົງ - ảnh 1 ກາຊາ ໃນວັນທີ 8 ມິຖຸນາ (ພາບ:  THX/TTXVN)

ການຄົ້ນຄ້ວາຂອງ PRIO ປະກາດໃນວັນທີ 10 ມິຖຸນາ ໃຫ້ເຫັນວ່າ ໃນປີກາຍນີ້ ເກີດການປະທະກັນ 59 ຄັ້ງ, ໃນນັ້ນ 28 ຄັ້ງແມ່ນຢູ່ ອາຟຼິກາ, ອາຊີ ແມ່ນ 17 ຄັ້ງ, ຕາເວັນອອກກາງ 10 ຄັ້ງ, ເອີລົບ 3 ຄັ້ງ ແລະ ທະວີບ ອາເມລິກາ 1 ຄັ້ງ. ເຖິງຢ່າງໃດກໍຕາມ ຈຳນວນປະເທດເກີດການປະທະກັນໄດ້ຫລຸດລົງຈາກ 39 ປະເທດໃນປີ 2022 ລົງເຫລືອພຽງ 34 ປະເທດ. ຈຳນວນຜູ້ຖືກເສຍຊີວິດໃນການປະທະກັນກໍ່ຫລຸດລົງເຄິ່ງຫນຶ່ງ ແມ່ນປະມານ 122.000 ຄົນ. ນີ້ຍັງຄົງແມ່ນຕົວເລກສູງທີ ສາມນັບແຕ່ປີ 1989.

ນັກຄົ້ນຄວ້າ ທ່ານນາງ Siri Aas Rustad ຂອງ PRIO ພ້ອມທັງແມ່ນຜູ້ຂຽນບົດລາຍງານກ່ຽວກັບບັນດາທ່າອ່ຽງໃນໄລຍະ 1946-2023 ໄດ້ໃຫ້ຂໍ້ສັງເກດວ່າ: ການປະທະກັນໃນໂລກ ພວມຢູ່ໃນລະດັບຮ້າຍແຮງທີ່ສຸດ ນັບແຕ່ເມື່ອສົງຄາມເຢັນສິ້ນສຸດລົງ. ຕາມທ່ານນາງແລ້ວ, ຕົວເລກດັ່ງກ່າວສະແດງໃຫ້ເຫັນວ່າ ສະພາບການປະທະກັນນັບມື້ນັບສັບສົນຂຶ້ນຕື່ມ, ດ້ວຍການປະທະກັນໄດ້ເກີດຂຶ້ນຈາກຫລາຍກຸ່ມໃນປະເທດດຽວກັນນັບມື້ນັບເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ