ຈຳນວນຄົນເສຍຊີວິດຍ້ອນຝົນຕົກ, ນ້ຳຖ້ວມຢູ່ ຍີ່ປຸ່ນ ເພີ່ມຂຶ້ນຢ່າງແຮງ

(VOVWORLD) - ໄລ່ຮອດຕອນຄ່ຳວັນທີ 08 ກໍລະກົດ, ຈຳນວນຄົນເສຍຊີວິດຍ້ອນຝົນຕົກ, ນ້ຳຖ້ວມຢູ່ ຍີ່ປຸ່ນ ໄດ້ເພີ່ມຂຶ້ນເຖິງ 88 ຄົນ,
ຈຳນວນຄົນເສຍຊີວິດຍ້ອນຝົນຕົກ, ນ້ຳຖ້ວມຢູ່ ຍີ່ປຸ່ນ ເພີ່ມຂຶ້ນຢ່າງແຮງ - ảnh 1(ພາບປະກອບ/ Asahi Shimbun)

ໃນຂະນະທີ່ ຍັງມີ 50 ຄົນຫາຍສາບສູນຍ້ອນຝົນຕົກໜັກ, ນ້ຳຖ້ວມ ແລະ ດິນເຊາະເຈື່ອນໄດ້ທຳລາຍເຮືອນຊານຫລາຍຫລັງ, ເຮັດໃຫ້ປະຊາຊົນນັບພັນໆຄົນຕ້ອງຍົກຍ້າຍທີ່ຢູ່ອາໄສ. ບັນດາບັ້ນເຄື່ອນໄຫວກູ້ໄພກູ້ຊີບຂອງກຳລັງປ້ອງກັນ ຍີ່ປຸ່ນ (SDF) ຍັງຄົງໄດ້ດຳເນີນຢູ່. ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ກ່າວເຕືອນວ່າ ຕ້ອງແຂ່ງຂັນກັບເວລາເພື່ອກອບກູ້ເອົາຊີວິດບັນດາຜູ້ປະສົບເຄາະຮ້າຍຈາກຝົນຕົກ, ນ້ຳຖ້ວມ, ບາງຄົນໄດ້ສະເໜີກຳລັງກູ້ໄພກູ້ຊີບຜ່ານສື່ສັງຄົມ Twitter.

        ນີ້ແມ່ນໄພພິບັດທຳມະຊາດຍ້ອນຝົນຕົກ, ນ້ຳຖ້ວມທີ່ກໍ່ໃຫ້ເກີດຄວາມບາດເຈັບລົ້ມຕາຍຢ່າງຫລວງຫລາຍທີ່ສຸດຢູ່ ຍີ່ປຸ່ນ ນັບແຕ່ປີ 2014.

ຕອບກັບ

ຂ່າວ/ບົດ​ອື່ນ