ຈຳນວນຊາວອົບພະຍົບໄປເຖິງອີຕາລີລື່ນກາຍຈຳນວນຊາວອົບພະຍົບໄປເຖິງເກຼັກ

ຈຳນວນຊາວອົບພະຍົບໄປເຖິງອີຕາລີລື່ນກາຍຈຳນວນຊາວອົບພະຍົບໄປເຖິງເກຼັກ - ảnh 1
(ພາບ​ປະ​ກອບ: Reuters)

(vovworld) - ເປັນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ເດືອນ 06/2015, ​ຈຳ​ນວນຊາວ​ອົບ​ພະ​ຍົບ​ໄປ​ເຖິງ​ອີ​ຕາ​ລີ ໄດ້ລື່ນ​ກາຍ​ຈຳ​ນວນ​ຊາວ​ອົບ​ພະ​ຍົບ​ໄປ​ເຖິງ​ເກຼັກ ແລະ ທ່າ​ອ່ຽງ​ນີ້​ອາດ​ຈະ​ເຮັດ​ໃຫ້​ອີ​ຕາ​ລີ ແມ່ນ​ປະ​ເທດ​ລື້ງ​ເຄີຍ​ຂອງ​ບັນ​ດາ​ຊາວ​ອົບ​ພະ​ຍົບ​ຢາກ​ຊອກ​ຫາອ​ະ​ນາ​ຄົດ​ຢູ່ເອີ​ລົບ. ວັນ​ທີ 13/05, ອົງ​ການ​ຕິດ​ຕາມກວດ​ກາ​ຊາຍ​ແດນ​ສະ​ຫະ​ພາບ​ເອີ​ລົບ ໃຫ້​ຮູ້​ວ່າ, ຊາວ​ອົບ​ພະ​ຍົບ​ໄປ​ເຖິງ​ອີ​ຕາ​ລີ ສ່ວນ​ຫຼາຍ​ແມ່ນ​ມີ​ສັນ​ຊາດ​ຈາກ​ບັນ​ດາ​ປະ​ເທດ​ອາ​ຟະ​ລິ​ກາ​ເໜືອ ແລະ ເຂດອາ​ຟະ​ລິ​ກາຕ​າ​ເວັນ​ອອກ​ສ່ຽງ​ເໜືອ. ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປ​ະ​ຈຸ​ບັນ, ມີ​ຊາວ​ອົບ​ພະ​ຍົບ​ເກືອບ 40.000 ຄົນ​ໄດ້​ໄປ​ອົບ​ພະ​ຍົບ​ເຖິງ​ອີ​ຕາ​ລີ, ເພີ່ມ​ຂຶ້ນ 25% ເມື່ອ​ທຽບ​ໃສ່​ໄລ​ຍະ​ດ່ຽວ​ກັນ​ຂອງ​ປີ 2015. ສະ​ນັ້ນ, ລັດ​ຖະ​ບານ​ອີ​ຕາ​ລີ ພວມ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ວ່າ ກ​ະ​ແສ​ຊາວ​ອົບ​ພະ​ຍົບ​ເຖິງ​ອີ​ຕາ​ລີ ຈະ​ເພີ່ມ​ຂຶ້ນ​ຢ່າງ​ແຮງ, ພາຍ​ຫຼັງ​ຂໍ້​ຕົກ​ລົງ ອີ​ຢູ - ຕວກ​ກີ ເລີ່ມ​ມີ​ຜົນ​ສັກ​ສິດ. ສິ່ງ​ດັ່ງ​ກ່າວ​ອາດ​ຈະ​ສົ່ງ​ຜົນ​ສະ​ທ້ອນ​ຢ່າງ​ຮ້າຍ​ແຮງ​ເຖິງ​ສະ​ພາບ​ການ​ເສດ​ຖະ​ກິດ, ການ​ເມືອງ ແລະ ສັງ​ຄົມ​ຂອງ​ອີ​ຕາ​ລີ.

ຂ່າວ/ບົດ​ອື່ນ