ຈຳນວນນັກທ່ອງທ່ຽວລັດເຊຍມາຢ້ຽມຢາມຫວຽດນາມເພີ່ມຂຶ້ນ13,5%ໃນໄຕມາດ1/2016

ຈຳນວນນັກທ່ອງທ່ຽວລັດເຊຍມາຢ້ຽມຢາມຫວຽດນາມເພີ່ມຂຶ້ນ13,5%ໃນໄຕມາດ1/2016 - ảnh 1
ນັກ​ທ່ອງ​ທ່ຽວ​ລັດ​ເຊຍ ມາ​ຢ້ຽມ​ຢາມ​ຫວຽດ​ນາມ
ພາບ:baotintuc.vn

(vovworld)-ວັນ​ທີ 11/4, ສະ​ຫະ​ສະ​ມາ​ຄົມ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ລັດ​ເຊຍ ໃຫ້​ຮູ້​ວ່າ: ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ລັດ​ເຊຍ ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ໃນ​ໄຕ​ມາດ​ທີ 1/2016 ເພີ່ມ​ຂຶ້ນ 13,5%, ບັນ​ລຸ​ເກືອບ 110.000 ເທື່ອ​ຄົນ. ໃນ 3 ເດືອນ​ຕົ້ນ​ປີ 2016, ມີ​ນັກ​ທ່ອງ​ທ່ຽວ​ຕ່າງ​ປ​ະ​ເທດ​ ເກືອບ 2,5 ລ້ານ​ຄົນ ມາ​ຢ້ຽມ​ຢາມ​ຫວຽດ​ນາມ, ຖັດ​ມາ​ແມ່ນ ອັງ​ກິດ, ຝ​ລັ່ງ. ພາຍ​ຫລັງ ລັດ​ເຊຍ ອັດ​ປະ​ຕູ​ບັນ​ດາ tour ທ​ອ່ງ​ທ່ຽວ​ເຖິງ ຕວກ​ກີ ແລະ ອີ​ຢີບ, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ລັດ​ເຊຍ ມາ​ຢ້ຽມ​ຢາມ​ຫວຽດ​ນາມ ເພີ່ມ​ຂຶ້ນ​ຢ່າງ​ແຮງ​ຄືນ​ໃຫມ່. ຕາມ​ສະ​ຫະ​ສະ​ມາ​ຄົມ​ດັ່ງ​ກ່າວ​ແລ້ວ, ປີ 2015, ​ມີ ນັກ​ທ່ອງ​ທ່ຽວ​ລັດ​ເຊຍ ​ປະ​ມານ 130.000 ເທື່ອ​ຄົນ​ໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ