ຈຳນວນນັກທ່ອງທ່ຽວສາກົນເຂົ້າມາຫວຽດນາມນັບມື້ນັບຫລາຍຂຶ້ນ

ຈຳນວນນັກທ່ອງທ່ຽວສາກົນເຂົ້າມາຫວຽດນາມນັບມື້ນັບຫລາຍຂຶ້ນ - ảnh 1
(ພາບປະກອບ)

(vovworld) –​ ຕາມ​ຕົວ​ເລກ​​ຈາກ​ກົມ​ໃຫຍ່​ສະຖິຕິ ຫວຽດນາມ, ຈຳນວນນັກ​ທ່ອງ​ທ່ຽວ​ສາກົນ​​ເຂົ້າມາ ຫວຽດນາມ ​ໃນ​ເດືອນ 11/2015 ​ເພີ່ມ​ຂຶ້ນເກືອບ 13% ​ເມື່ອ​ທຽບ​ໃສ່​ເດືອ​ນ 10/2015 ​ແລະ ​ເພີ່ມ​ຂຶ້ນກ່ວາ 20% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ປີ 2014. ​ໄລ່​ຮອດ​ປະຈຸ​ບັນ, ຄາດ​ວ່າ​ຍອດ​ຈຳນວນ​ນັກ​ທ່ອງ​ທ່ຽວ​​ເຂົ້າ​ມາ ຫວຽດນາມ ​ໄດ້​ບັນລຸກ່ວາ​ 7 ລ້ານ​ເທື່ອ​ຄົນ. ​ໃນ​ 11 ​ເດືອນຕົ້ນປີ 2015, ຈຳນວນ​ນັກ​ທ່ອງ​ທ່ຽວ​ໄດ້​ມາ​ຈາກ ມີ 15 ປະ​ເທດ​ເຊັ່ນ: ຮົ່ງກົງ (ຈີນ), ສ.​ເກົາຫຼີ, ສິງກະ​ໂປ, ​ໄຕຫ​ວັນ (ຈີນ), ອາ​ເມ​ລິ​ກາ, ​ໂປ​ແລນ ເພີ່ມ​ຂຶ້ນ. ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຈາກ 5 ປະ​ເທດ ​ເອີ​ລົບ​ຕາ​ເວັນ​ຕົກ (ອັງກິດ, ຝະລັ່ງ, ​ເຢຍລະ​ມັນ, ອີ​ຕາ​ລີ, ​ແອັດ​ສະ​ປາຍ)​ ຊຶ່ງ​ນອນ​ໃນ​ເປົ້າ​ໝາຍ​ຍົກ​​ເວັ້ນວີ​ຊາ​ກໍ​ເພີ່ມ​ຂຶ້ນ​ຫລາຍພໍ​ສົມຄວນ. ບັນລຸ​ໄດ້​ໝາກຜົນຄື​ດັ່ງກ່າວ ​ແມ່ນ​ຍ້ອນ​ຂະ​ແໜງ​ທ່ອງ​ທ່ຽວ ຫວຽດນາມ ພວມ​​ເຂົ້າສູ່ລະດູ​ທ່ອງ​ທ່ຽວຈຸດ​ສູງ​ສາກົນ ​ແລະ ນະ​​ໂຍບາຍ​ຍົກ​ເວັ້ນວີ​ຊາ.

 

ຂ່າວ/ບົດ​ອື່ນ