ຈຳນວນບັດສະໜັບສະໜູນພັກຂອງນາຍົກລັດຖະມົນຕີ Merkel ຫລຸດລົງໃນການເລືອກຕັ້ງຢູ່ລັດ Niedersachesen

(VOVWORLD) - ຕອນຄ່ຳວັນທີ 15 ຕຸລາ (ຕາມເວລາທ້ອງຖິ່ນ), ບັນດາໝາກຜົນໃນເບື້ອງຕົ້ນ ໂດຍຊ່ອງໂທລະພາບ ARD ແລະ ZDF ປະກາດໄດ້ສະແດງໃຫ້ເຫັນວ່າ ເປັນຄັ້ງທຳອິດພາຍຫລັງ 19 ປີ, 
ຈຳນວນບັດສະໜັບສະໜູນພັກຂອງນາຍົກລັດຖະມົນຕີ Merkel ຫລຸດລົງໃນການເລືອກຕັ້ງຢູ່ລັດ Niedersachesen - ảnh 1 ພັກສຳພັນທະມິດປະຊາທິປະໄຕສາສະໜາຄຼິດ (CDU) ຂອງທ່ານນາງນາຍົກລັດຖະມົນຕີ Angela Merkel (ພາບ: AFP/TTXVN)

ພັກປະຊາທິປະໄຕສັງຄົມ ເຢຍລະມັນ (SPD) ຍາດໄດ້ໄຊຊະນະຕໍ່ພັກສຳພັນທະມິດປະຊາທິປະໄຕສາສະໜາຄຼິດ (CDU) ຂອງທ່ານນາງນາຍົກລັດຖະມົນຕີ Angela Merkel ໃນການປ່ອນບັດເລືອກຕັ້ງອົງການນິຕິບັນຍັດໃໝ່ຢູ່ລັດ Niedersachesen ພາກເໜືອ ເຢຍລະມັນ. ຕາມໝາກຜົນໃນເບື້ອງຕົ້ນແລ້ວ ພັກ SPD ຍາດໄດ້ 37,5% ຈຳນວນບັດສະໜັບສະໜູນ, ເພີ່ມຂຶ້ນເກືອບ 5% ເມື່ອທຽບໃສ່ລະດັບ 32,6% ໃນການເລືອກຕັ້ງປີ 2013. ໃນຂະນະນັ້ນ ຈຳນວນບັດສະໜັບສະໜູນຂອງພັກ CDU ໄດ້ຫລຸດຈາກ 36% ໃນປີ 2013 ລົງເຫຼືອພຽງ 34,4%. ໃນຂະນະນັ້ນ ພັກຂຽວຢືນອັນດັບທີ 3 ດ້ວຍຈຳນວນບັດສະໜັບສະໜູນ 8,5%.

ຕອບກັບ

ຂ່າວ/ບົດ​ອື່ນ