ຈຳນວນປະຊາກອນຫວຽດນາມ ຫຼາຍກວ່າ 60% ໄດ້ຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19 ຄົບ 2 ເຂັມ.

(VOVWORLD) -ຫວຽດນາມມີອັດຕາການສັກວັກຊິນຢ່າງໜ້ອຍ 1 ເຂັມ ແມ່ນ 96.8% ແລະ ອັດຕາການສັກວັກຊີນ 2 ເຂັມແມ່ນ 80.8% ຈຳນວນປະຊາກອນໄວ 18 ປີຂຶ້ນໄປ
ຈຳນວນປະຊາກອນຫວຽດນາມ ຫຼາຍກວ່າ 60% ໄດ້ຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19 ຄົບ 2 ເຂັມ. - ảnh 1ພາບປະກອບ

     ໄລ່ຮອດຕອນເຊົ້າວັນທີ 18/12, ຫວຽດນາມ ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19 ໄດ້ຫຼາຍກວ່າ 137,5 ລ້ານໂດສ, ໃນນັ້ນ, ຈໍານວນວັກຊີນທີ່ສັກໃຫ້ປະຊາຊົນໄວ 18 ປີຂຶ້ນໄປແມ່ນຫຼາຍກ່ວາ 128 ລ້ານໂດສ ແລະ ກ່ວາ 58 ລ້ານໂດສ ແມ່ນເຂັມທີ 2;  1,09 ລ້ານໂດສແມ່ນສັກເຂັມ ທີ 3. ອັດຕາການສັກວັກຊິນຢ່າງໜ້ອຍ 1 ເຂັມ ແມ່ນ 96.8% ແລະ ອັດຕາການສັກວັກຊີນ 2 ເຂັມແມ່ນ 80.8% ຈຳນວນປະຊາກອນໄວ 18 ປີຂຶ້ນໄປ.

        ຢູ່ຫວຽດນາມ, ບັ້ນສັກວັກຊີນປ້ອງກັນພະຍາດໂຄວິດ-19 ໄດ້ຮັບການປະຕິບັດນັບແຕ່ເດືອນກໍລະກົດ 2021 ຫາເດືອນ 4 ປີ 2022 ດ້ວຍເປົ້າໝາຍໃຫ້ປະຊາຊົນໄວ 18 ປີຂຶ້ນໄປຢ່າງໜ້ອຍ 50% ໄດ້ຮັບການສັກວັກຊີນໃນປີ 2021 ແລະ ຮອດທ້າຍເດືອນມັງກອນປີ 2022 ຈະສັກວັກຊີນໃຫ້ໄດ້ 70% ຈຳນວນປະຊາກອນ. ເປັຍອັນວ່າ ບັ້ນສັກຢາປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ຂອງ ຫວຽດນາມ ໄດ້ບັນລຸເປົ້າໝາຍໄວກວ່າທີ່ຄາດໄວ້.  ອັດຕາການສັກວັກຊີນຢ່າງໜ້ອຍ 1 ເຂັມຂອງຫວຽດນາມ/ຈຳນວນປະຊາກອນ ແມ່ນຢືນອັນດັບທີ 4 ໃນພາກພື້ນ (ຖັດຈາກສິງກະໂປ ກຳປູເຈຍ ແລະ ບຣູໄນ). ຖ້າຫາກໄລລວມເຖິງຈຳນວນເດັກໄວ 12-18 ປີທີ່ໄດ້ວັກຊີນກັນໂຄວິດ-19 ນັ້ນ, ອັດຕາສ່ວນປະຊາກອນທີ່ໄດ້ຮັບການສັກວັກຊີນກັນ ໂຄວິດ-19 ຄົບ 2 ເຂັມຢູ່ຫວຽດນາມ ບັນລຸກວ່າ 60%. ເປັນອັນວ່າ, ດ້ວຍອັດຕາສ່ວນກວ່າ 60% ຈຳນວນປະຊາກອນ ໄດ້ຮັບການສັກວັກຊີນຕ້ານໂຄວິດ-19 ຄົບ 2 ເຂັມນັ້ນ,  ຫວຽດນາມ ໄດ້ລື່ນກາຍ 20% ເມື່ອທຽບໃສ່ເປົ້າໝາຍຂອງອົງການອະນາໄມໂລກ (WHO) ວາງອອກໃນປີ 2021.     

ຕອບກັບ

ຂ່າວ/ບົດ​ອື່ນ